ຈັນຍາບັນຂອງນັກຂ່າວລາວ

  1. ຈຸດໝາຍອັນສູງສຸດຂອງສື່ມວນຊົນລາວແມ່ນຮັບໃຊ້ພາລະກິດສ້າງຊາດ ແລະ ປົກປັກຮັກສາປະ ເທດລາວ ” ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ ” ພາຍໄຕ້ການ ນຳພາຂອງພັກປະຊາຊົນ ປະຕິວັດລາວ. ນັກຂ່າວເຄື່ອນໄຫວບໍ່ວ່າຢູ່ໃນຂົງເຂດໃດ ແລະ ສະພາບ ແວດລ້ອມໃດ ກໍ່ມຸ້ງໜ້າໄປຫາຈຸດໝາຍອັນສູງສຸດນັ້ນ.
  2. ສື່ມວນຊົນປະຕິບັດສິດຖະແຫລງຂ່າວຂອງປະຊາຊົນ. ນັກຂ່າວຕ້ອງພາວະວິໃສຈົ່ງຮັກພັກດີ ຕໍ່ພັກ, ຕໍ່ລະບອບການເມືອງປະຊາທິປະໄຕ ປະຊາຊົນ ເຄົາລົບຄວາມເປັນຈິງ. ທຸກໆການຖະແຫລງຂ່າວ ທີ່ນຳອອກສູ່ສາທາລະນະຕ້ອງສ່ອງແສງຖືກກັບທາດແທ້ຄວາມຈິງພາວະວິໃສໃນສະພາບສັງຄົມ ຂອງມັນ, ບໍ່ໄດ້ໃສ່ຮ້າຍ ຫຼື ປັ້ນແຕ່ງເຫດການຂຶ້ນເອງຢ່າງເດັດຂາດ. ນັກຂ່າວມີຄວາມຮັບຜິດຊອບ ການເມືອງໃນການສະໜອງຮູບການທີ່ເປັນຈິງ ຖືກກັບທາດແທ້ ກ່ຽວກັບວິວັດທະນາຂອງເຫດການ ທີ່ເປັນຂ່າວໃຫ້ແກ່ປະຊາຊົນ, ຜ່ານອັນນັ້ນ ເພື່ອແນະນຳຫາງສຽງ.
  3. ສື່ແມ່ນພາຫະນະອັນຈຳເປັນຕໍ່ຊີວິດສັງຄົມທາງດ້ານວັດທະນະທຳຈິດໃຈ. ນັກຂ່າວຕ້ອງເຄົາລົບ ແລະ ປະຕິບັດເສລີພາບສື່, ຮັບຜີດຊອບຕໍ່ສັງຄົມ, ຕໍ່ລັດ ປະຊາທິປະໄຕ ປະຊາຊົນ, ຕໍ່ປະຊາຊົນ ບັນດາເຜົ່າ ແລະ ເສລີພາບ ໃນການເຄື່ອນໄຫວວິຊາຊີບໃນຂອບເຂດກົດໝາຍ. ນັກຂ່າວປະຕິ ບັດຖືກຕ້ອງ ຕາມກົດໝາຍຄະຕິທຳຂອງສຳນັກງານສື່ ; ບໍ່ເຮັດຜິດຕໍ່ຈຸດໝາຍສູງສຸດຂອງສື່ມວນ ຊົນລາວບໍ່ວ່າ ການກົດດັນໃດໆ ແລະ ເດີນໄປໃນທິດກົງກັນຂ້າມກັບ ຜົນປະໂຫຍດຂອງປະເທດ ຊາດ.
  4. ພ້ອມດ້ວຍເສລີພາບໃນການຖະແຫລງຂ່າວກໍ່ປະຕິບັດສິດຕອບຄຳຖາມ ແລະ ສິດປະຕິເສດໃນສື່ ອັນເປັນຫຼັກການປະກອບເປັນເສລີພາບປະຊາທິປະໄຕ. ສື່ມວນຊົນ ນັກຂ່າວມີສິດຢຶດໝັ້ນໃນທັດ ສະນະ ການຖະແຫລງຂ່າວທີ່ຖືກຕ້ອງຂອງຕົນແຕ່ກໍ່ເຄົາລົບສິດຕອບ ຄຳຖາມ ແລະ ສິດປະຕິເສດ ຂອງມະຫາຊົນທີ່ຖືກຕ້ອງຕາມກົດໝາຍ.
  5. ນັກຂ່າວມີໜ້າທີ່ປົກປ້ອງກ່ຽວກັບແຫລງຂ່າວ ແລະ ຮັກສາຄວາມລັບຜູ້ອື່ນສະໜອງໃຫ້ທີ່ແທດ ເໝາະກັບກົດໝາຍ.
  6. ນັກຂ່າວລາວເສີມຂະຫຍາຍວັດທະນະທຳແຫ່ງຊາດ, ພ້ອມກັນນັ້ນກໍ່ເຄົາລົບ ບັນດາພຶ້ນຖານ ວັດທະນະທຳປະເທດອື່ນ ແລະ ບັນດາຄຸນຄ່າຈິດໃຈທີ່ແຜ່ຫຼາຍ ທົ່ວໄປຂອງມວນມະນຸດຊາດ : ສູ້ຊົນເພື່ອ ຄວາມສາມັກຄີປວງຊົນລາວບັນດາເຜົ່າ, ເພື່ອສັນຕິພາບ, ມິດຕະພາບຄວາມເຂົ້າໃຈ ລະຫວ່າງບັນດາ ປະຊາຊາດ ແລະ ປະເທດ ຕ່າງໆໃນໂລກ.
  7. ນັກຂ່າວປະກອບສ່ວນເຂົ້າໃນການພັດທະນາຜົນປະໂຫຍດແຫ່ງວົງຂະນາຍາດ, ເຄົາລົບກົດໝາຍ, ບໍ່ສວຍໃຊ້ຂ່າວເພື່ອລະເມີດຄຸນທາດຄົນ ແລະ ເຮັດ ໃຫ້ເສຍຫາຍເຖິງຜົນປະໂຫຍດຂອງຜູ້ອື່ນ.
  8. ນັກຂ່າວເວລາໃດກໍ່ຮັກສາຄຸນທາດທີ່ໃສສະອາດ, ເດັດຂາດບໍ່ເຮັດເພື່ອຜົນປະໂຫຍດສ່ວນຕົວ ເພື່ອຖະແຫລງຂ່າວ ຫຼື ບໍ່ຖະແຫລງຂ່າວ. ນັກຂ່າວບໍ່ໄດ້ໃຊ້ອິດທິພົນວິຊາຊີບຂອງຕົນເພື່ອ ຫາຜົນປະໂຫຍດ.
  9. ນັກຂ່າວເຄົາລົບຄວາມເຫັນ ແລະ ທັດສະນະສັງຄົມ, ວິຊາຊີບຂອງເພື່ອນຮ່ວມງານ ; ສາມັກຄີ ຮ່ວມມື, ຊ່ວຍເຫຼືອເຊິງກັນ ແລະ ກັນ ໃນການເຄື່ອນໄຫວ ແລະ ການດຳລົງຊີວິດ, ຕໍ່ສູ້ຕ້ານທຸກການ ກະທຳທີ່ກໍ່ຄວາມເສຍຫາຍຕໍ່ປະເທດຊາດ ແລະ ຜົນປະໂຫຍດຂອງປະຊາຊົນ ແລະ ກົງກັນຂ້າມກັບ ຄຸນສົມບັດນັກຂ່າວ.
  10. ນັກຂ່າວດຳລົງຊີວິດທີ່ປອດໃສເຂັ້ມແຂງ, ສີວິໄລ, ໃສ່ໃຈ ຮ່ຳຮຽນຖະໝອມຖ່ອມຕົນເພື່ອຄວາມ ກ້າວໜ້າ. ຍົກລະດັບ ແລະ ຄວາມສາມາດ ວິຊາຊີບຂອງຕົນ ຢ່າງບໍ່ຢຸດຢັ້ງບືນຕົວສູ້ຊົນຕະຫຼອດຊີ ວິດເພື່ອພັດທະນາວຽກງານສື່ມວນຊົນ.

Similar Posts