0818894f-a578-4fd9-916c-e7b51a10a322
[:en]ທ່ານສະຫວັນຄອນ ຣາຊມຸນຕຣີ (ຂວາ) ມອບໃບຂໍ້ຕົກລົງການເປັນ ສະມາຊິກສະມາຄມນັກຂ່າວໃຫ້ ທ່ານ ປະລິນຍາເອກ ບຸນເຮັງ ສຸດທິຈັກ ຫົວໜ້າ ບັນນາທິການ, ຜູ້ບໍລິຫານ ວິທະຍຸຊາວໝຸ່ມສິນ ໄຊຍຸກໃໝ່, ສູນກາງຊາວໝຸ່ມ ປະຊາຊົນປະ ຕິວັດລາວ.[:]

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮັບສະມາຊິກໃໝ່

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຈັດພິທີຢ່າງເປັນທາງການຮັບເອົາສະມາຊິກເພີ່ມ 4 ທ່ານ ຈາກ ວິທະຍຸຊາວໝຸ່ມສິນໄຊຍຸກໃໝ່, ສູນກາງຊາວໝຸ່ມ ປະຊາຊົນປະຕິວັດລາວ ໃນວັນທີ 14 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ເພື່ອມາຮ່ວມກັນເປັນສ່ວນໜຶ່ງໃນການພັດທະນາບຸກຄະລາກອນສື່ມວນຊົນລາວໃນຂອບທົ່ວປະເທດໃຫ້ເຂັ້ມແຂງໃນຕາມຍຸກດິຈິຕອນ ແລະ ປັນຍາປະດິດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງສະມາຄົມ.

ທ່ານ ສະຫວັນຄອນ ຣາຊມູນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ມອບຂໍ້ຕົກລົງ ໃຫ້ສະມາຊິກໃໝ່ໃນນີ້ລວມມີ ທ່ານ ປະລິນຍາເອກ ບຸນເຮັງ ສຸດທິຈັກ ຫົວໜ້າບັນນາທິການ, ຜູ້ບໍລິຫານ ວິທະຍຸຊາວໝຸ່ມສິນໄຊຍຸກ ໃໝ່, ສູນກາງຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ນັກຂ່າວອີກ ສາມທ່ານຄື ທ່ານ ນ້ອຍປະເສີດ ລໍຄໍາຮັກ ແລະ ທ່ານ ແສງອາລຸນ ໄຊຍະລາດ ແລະ ທ່ານ ນາງ ແສງລັດສະໝີ ສຸວັດ.

ທ່ານ ປະທານສະມາຄົມໄດ້ກ່າວບາງຕອນຢູ່ໃນງານດັ່ງກ່າວວ່າ ສະມາຄົມຍິນດີເພີ່ມສະມາຊິກໃໝ່ຈາກບັນດາອົງການສື່ມວນຊົນທຸກຂັ້ນ ພ້ອມດ້ວຍນັກຂ່າວສັງກັດໃນແຕ່ລະອົງການສື່ມວນຊົນ ຕະຫຼອດເຖິງນັກຂ່າວຮ່ວມງານທີ່ບໍ່ໄດ້ສັງກັດຢູ່ກັບສື່ໃດໆ. ນີ້ເປັນຄັ້ງທີ 2 ທີ່ສະມາຄົມໄດ້ຈັດພິທີຮັບເອົາສະມາຊິກ ຢ່າງເປັນທາງການ ແລະ ນັບແຕ່ນີ້ເປັນຕົ້ນໄປ ຈະໄດ້ດໍາເນີນຮັບເອົາສະມາຊິກໃໝ່ເຂົ້າມາສັງກັດໃນສະມາຄົມ ເພື່ອມາເຮັດໜ້າທີ່ເຕົ້າໂຮມ ແລະ ຊ່ວຍພັດ ທະນາຄວາມຮູ້ດ້ານວິຊາຊີບນັກຂ່າວ ແລະ ໃຫ້ຜູ້ເຮັດອາຊີບດ້ານສື່ມວນຊົນ ປະກອບສ່ວນເຂົ້າໃນການສື່ສານ, ໂຄສະນາຮັບໃຊ້ພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ.

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແມ່ນອົງການຈັດຕັ້ງການເມືອງ, ສັງຄົມ, ວິຊາຊີບຂອງຜູ້ເຮັດວຽກງານ ສື່ມວນຊົນ, ເຊິ່ງຖືກສ້າງຕັ້ງ ແລະ ເຄື່ອນໄຫວຕາມກົດໝາຍ, ມີພາລະບົດບາດ ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກ ຄີ  ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກຕົນ ແລະ ຜູ້ເຮັດວຽກງານດ້ານສື່ມວນຊົນ, ເຂົ້າຮ່ວມ ໃນການປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ແລະ ນະໂຍບາຍສື່ມວນຊົນ.

ສະມາຄົມນັກຂ່າວລາວມີສະມາຊິກແຈກຢາຍກັນຢູ່ຕາມອົງການສື່ຕ່າງໆ, ລວມທັງຢູ່ກະຊວງ, ອົງການຊາວ ໜຸ່ມ, ແມ່ຍິງ, ກໍາມະບານ, ແນວລາວສ້າງຊາດ, ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆໃນຂອບ ເຂດທົ່ວປະເທດ. ພ້ອມນັ້ນ ສະມາຄົມຍັງມີຈັນຍາບັນ-ຈັນຍາທໍາເພື່ອເປັນບັນທັດຖານໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາຊີບຂອງນັກຂ່າວລາວ.

ແຕ່ລະປີສະມາຄົມນັກຂ່າວໄດ້ຈັດຝຶກອົຍຮົມໃຫ້ນັກຂ່າວໃນຂອບເຂດທົ່ວປະເທດແບບຊຶ່ງໜ້າ ແລະ ແບບອອນລາຍຫຼາຍຄັ້ງຕໍ່ປີ. ນັບແຕ່ 2024 ເຖິງປະຈຸບັນ ສະມາຄົມໄດ້ຮ່ວມມື ແລະ ສະໜັບສະໜູນຈາກ ປະເທດເພື່ອນມິດ ແລະ ອົງການຮ່ວມມື ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ໄທ, ອົດສະຕຣາລີ, ສະມາພັນນັກຂ່າວອາຊຽນ ແລະ ສະຫະພາບເອີຣົບ ໄດ້ຈັດຝຶກອົບຮົມໃຫ້ນັກຂ່າວຫຼາຍຮ້ອຍຄົນ ຈາກອົງການສື່ນັບແຕ່ຂັ້ນຂັ້ນເມືອງຮອດຂັ້ນສູນກາງ ໂດຍ ແມ່ນຊ່ຽວຊານດ້ານສື່ຈາກພາຍໃນ ແລະ ຕ່າງປະເທດ ທີ່ນໍາເອົາຫຼັກສູດທີ່ສ້າງຂຶນມາໃໝ່ “ມາດຕະຖານນັກຂ່າວຄຸນນະພາບສີຂຽວ” ໃນນີ້ມີການຮຽນເປັນນັກຂ່າວດ້ວຍຕົນເອງ, ຄຸ້ມຄອງໜ້າສື່ອອນລາຍຂອງຕົນເອງ, ການນໍາໃຊ້ປັນຍາປະດິດມາຊ່ວຍວຽກນັກຂ່າວ, ຄວາມປອດໄພໃນການໃຊ້ສື່ສັງຄົມອອນລາຍ ແລະ ການຫາລາຍໄດ້ຈາກສື່ອອນລາຍ.