ວັນສຸກ ທີ 2 ສິງຫາ 24 ມີໂອກາດຮ່ວມງານເສວະນາການນໍາໃຊ້ປັນຍາປະດິດ AI(Artificial Intelligence to assist News and Media) ແລະສິ່ງທ້າທາຍສື່ສັງຄົມອອນລາຍໃນລາວ ທີ່ໂຮງແຮມລາວແທລ, ນະຄອນຫລວງວຽງຈັນຕາມຄໍາເຊີນ.

ການເສລະນາຄັ້ງນີ້ແມ່ນສະມາຄົມນັກຂ່າວ LJA ແລະ ອົງການແຄ CARE Lao ເປັນເຈົ້າພາບ ສະໜັບສະໜູນໂດຍສະຫະພາບເອີຣົບ EU, ທ່ານດາວວອນ ພະຈັນທະວົງ ປະທານກິດຕິມະສັກສະມາຄົມນັກຂ່າວ, ທ່ານ ກິດສະໜາ ວົງໄຊ ພ້ອມຄອບຄົວ ແລະ ນັກທຸລະກິດຈຳນວນໜຶ່ງ. ດີໃຈ ແລະກໍ່ພູມໃຈເປັນຢ່າງຍິ່ງທີ່ເຫັນລູກຫລານຄົນຮຸ່ນໜຸ່ມທີ່ມາເປັນວິທະຍາກອນ ໃນມື້ນີ້ລ້ວນແລ້ວແຕ່ເປັນຄົນມີຄວາມຮູ້ຄວາມສາມາດສູງ, ມີລະດັບການສຶກສາດີ ແລະ ເປັນມືອາຊີບທີ່ນໍາຍຸກນໍາສະໄໝທາງດ້ານເທັກໂນໂລຊີສື່ສານມວນຊົນທີ່ສາມາດເຊື່ອມສານກັບສາກົນໄດ້. ສະນັ້ນ, ການເສວະນາໃນມື້ນີ້ເຖິງວ່າຈະເປັນເວລາທີ່ສັ້ນຫລາຍ ແຕ່ກໍ່ມີຜົນປະໂຫຍດສູງເພາະມັນເປັນໂອກາດດີທີ່ນັກຂ່າວສື່ສານມວນຊົນຮຸ່ນສືບທອດພວກເຮົາຈະນໍາເອົາຄວາມຮູ້, ປະສົບການຈາກວິທະຍາກອນເຫລົ່ານີ້ໄປໃຊ້ໃຫ້ບັງເກີດຜົນໂດຍສະເພາະແມ່ນ AI ເຊິ່ງມາຮອດປັດຈຸບັນນີ້ໂລກເຂົາພັດທະນາໄປໃກແລ້ວ ແຕ່ພວກເຮົາບໍ່ຈໍາເປັນໄປຄົ້ນຄວ້າ ແລະ ເລີ້ມເຮັດໃໝ່ນັບ 1,2,3,4, ໄປ ເຮົານໍາໃຊ້ຜົນສຳເລັດທີ່ເຂົາເຮັດມາແລ້ວໄປໂລດ ໄປທາງລັດກໍ່ວ່າແມ່ນຈຶ່ງຈະໄດ້ຮັບຜົນໄວກວ່າ ແລະ ມີປະສິດທິຜົນສູງກວ່າ ແລະ ຈະເຮັດໃຫ້ການພັດທະນາວຽກງານສື່ສານມວນຊົນລາວຂອງພວກເຮົາກ້າວໄປໃກ້ມໍ່ກັບສື່ມວນຊົນຂອງບັນດາປະເທດອ້ອມຂ້າງກໍ່ຄືຢູ່ໃນຂົງເຂດອາຊຽນໃນສະເພາະໜ້າແລະຍາວນານ.

ກອງປະຊຸມໂຄງການ GAMCIL ສໍາຫຼວດເກັບກໍາຂໍ້ມູນເພື່ອປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງ ແລະ ການນຳໃຊ້ສື່ດິຈິຕອນຢູ່ ຖວທ ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 26-28 ມິຖຸນາ 2024.

ທ່ານ ທອງຖິ່ນ ພົມພັກດີ ຮອງຫົວໜ້າພະແນກ ຖວທ ແຂວງຈໍາປາສັກ ມີຄໍາເຫັນຕໍ່ກອງປະຊຸມປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງ ແລະ ການນຳໃຊ້ສື່ດິຈິຕອນ ທີ່ ແຂວງຈໍາປາສັກ ວັນທີ 18-20 ມິຖຸນາ 2024.

ກອງປະຊຸມ ພົບປະເພື່ອປຶກສາຫາລືກ່ຽວກັບໂຄງການ GAMCIL ລະຫວ່າງ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ສະຫະພາບ ເອີຣົບ ປະຈຳ ສປປ ລາວ

ກອງປະຊຸມ ພົບປະເພື່ອປຶກສາຫາລືກ່ຽວກັບໂຄງການ GAMCIL ລະຫວ່າງ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ສະຫະພາບ ເອີຣົບ ປະຈຳ ສປປ ລາວ

ໃນວັນທີ 20 ເມສາ 2022 ທີ່ຜ່ານມາ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະ ທ່ານ ນາງ ອີນາ ມາຈູລີໂອນີແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມຄະນະ. ຈຸດປະສົງໃນການພົບປະໃນຄັ້ງນີ້ ກໍແມ່ນ ເພື່ອເປັນການສ້າງຄວາມຮ່ວມມືກັນ ໃນການສຶກສາຄວາມເປັນໄປໄດ້ຕໍ່ກັບ ການຈັດຕັ້ງປະຕິບັດໂຄງການ GAMCIL ໂດຍການມີສ່ວນຮ່ວມຂອງ ສື່ມວນຊົນລາວ ກໍຄື ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.