ກອງປະຊຸມປຶກສາຫາລືເພື່ອປັບປຸງໂຄງສ້າງ

ກອງປະຊຸມປຶກສາຫາລືເພື່ອປັບປຸງໂຄງສ້າງ

ກອງປະຊຸມປຶກສາຫາລືເພື່ອປັບປຸງໂຄງສ້າງ,ກຳນົດຫົວຂໍ້,ເນື້ອໃນແລະໜ້າເວັບໄຊທັງພາສາລາວແລະອັງກິດຂອງສະມາຄົມນັກຂ່າວແຫ່ງສປປລາວໂດຍການເປັນປະທານຂອງທ່ານທອງຫລໍ່ດວງສະຫວັນກຳມະການໃນຄະນະບໍລິຫານງານສະມາຄົມໄດ້ຈັດຂຶ້ນໃນຕອນບ່າຍມື້ນີ້(26/9/24)ທີ່ສຳນັກງານໜັງສືພິມພາສາຕ່າງປະເທດນະຄອນຫລວງວຽງຈັນ.

ແຜນຝຶກອົບຮົມຄູຝຶກ ແລະ ຝຶກອົບຮົມນັກຂ່າວໃນ 3 ພາກຂອງລາວໃນປີ 2024-2025 ຂອງໂຄງການທີ່ຈະໄດ້ລົງມືປະຕິບັດໂຕຈິງໃນໄວໆນີ້

ແຜນຝຶກອົບຮົມຄູຝຶກ ແລະ ຝຶກອົບຮົມນັກຂ່າວໃນ 3 ພາກຂອງລາວໃນປີ 2024-2025 ຂອງໂຄງການທີ່ຈະໄດ້ລົງມືປະຕິບັດໂຕຈິງໃນໄວໆນີ້

ຕອນເຊົ້າມື້ນີ້ທີ່ອົງການແຄນາໆຊາດປະຈຳລາວ ນະຄອນຫລວງວຽງຈັນ ຄະນະຮັບຜິດຊອບໂຄງການGAMCILໄດ້ປະຊຸມກັນເພື່ອປຶກສາຫາລື ແລະຕົກລົງກັນໃນການກຳນົດເວລາ, ສະຖານທີ່ຝຶກອົບຮົມຄູຝຶກ ແລະ ຝຶກອົບຮົມນັກຂ່າວໃນ 3 ພາກຂອງລາວໃນປີ 2024-2025 ຂອງໂຄງການທີ່ຈະໄດ້ລົງມືປະຕິບັດໂຕຈິງໃນໄວໆນີ້ ພ້ອມດຽວກັນນີ້ຄະນະຍັງໄດ້ກຳນົດວັນພິທີເປີດການນໍາໃຊ້ເວັບໄຊຂອງສະມາຄົມນັກຂ່າວແຫ່ງສປປລາວອີກດ້ວຍ.

ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນຕົ້ນປີ ແລະ ສະເໜີແຜນການ 6 ເດືອນ ທ້າຍປີ ຂອງໂຄງການ GAMCIL

ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນຕົ້ນປີ ແລະ ສະເໜີແຜນການ 6 ເດືອນ ທ້າຍປີ ຂອງໂຄງການ GAMCIL

ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນ ຕົ້ນປີ ແລະ ສະເໜີແຜນການ 6 ເດືອນທ້າຍປີຂອງໂຄງການ GAMCIL ທີ່ໂຮງແຮມເມືອງແທ່ງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັຖະມົນຕີ ກະຊວງຖວທ ຜູ້ຊີ້ນໍາໂຄງການ, ທ່ານ ສົມສະຫວາດພົງສາ ຫົວໜ້າກົມສື່ມວນຊົນ, ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ, ທ່ານ ປອ. ອາຈິດ ປາຣິດາ ຕາງໜ້າອົງການແຄນາໆຊາດປະຈຳລາວ, ຄະນະປະສານງານຈາກ ນະຄອນຫລວງວຽງຈັນ, ນະຄອນຫລວງພະບາງ ແລະ ຈໍາປາສັກ, ຕາງໜ້າກົມສື່ມວນຊົນຈາກອົງການຈັດຕັ້ງມະຫາຊົນ ແລະ ນັກຂ່າວຈໍານວນໜຶ່ງທີ່ນະຄອນຫລວງວຽງຈັນ. ໃນໂອກາດນີ້, ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການຝ່າຍແຄ ແລະ ທ່ານ ທອງຫລໍ່ ດວງສະຫວັນ ຜູ້ອໍານວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ຄະນະບໍລິຫານງານ ສຂລ ຫົວໜ້າໂຄງການຝ່າຍ LJA ໄດ້ຜັດປ່ຽນກັນຂຶ້ນລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນ 6…