ຄະນະຮັບຜິດຊອບໂຄງການ GAMCIL ຮ່ວມກັບຊ່ຽວຊານ Kyle James technical assistant to the project

ຕອນເຊົ້າວັນພະຫັດທີ8/8/24ນີ້, ຄະນະຮັບຜິດຊອບໂຄງການ GAMCIL ຮ່ວມກັບຊ່ຽວຊານ Kyle James technical assistant to the project ໄດ້ປະຊຸມເພື່ອພ້ອມກັນກວດກາສັງລວມຄືນຄວາມຕ້ອງການຂອງການສ້າງຫລັກສູດເພື່ອເຝິກອົບຮົມນັກຂ່າວໃນການສົ່ງເສີມການພັດທະນາພື້ນທີ່ສີຂຽວຂຶ້ນຢູ່ຫ້ອງການທີ່ສຳນັກງານໜັງສືພິມພາສາຕ່າງປະເທດພາຍຫລັງທີ່ສຳເລັດ ການລົງເກັບກຳທາບທາມລະດັບຄວາມຮັບຮູ້ຄວາມເຂົ້າໃຈແລະຄວາມຕ້ອງການໃນການພັດທະນາສື່ແບບໃໝ່ New Media, Social media ຢູ່ນະຄອນຫລວງພະບາງແລະ ນະຄອນຫລວງວຽງຈັນໃນອາທິດນີ້.

ວັນສຸກ ທີ 2 ສິງຫາ 24 ມີໂອກາດຮ່ວມງານເສວະນາການນໍາໃຊ້ປັນຍາປະດິດ AI(Artificial Intelligence to assist News and Media) ແລະສິ່ງທ້າທາຍສື່ສັງຄົມອອນລາຍໃນລາວ ທີ່ໂຮງແຮມລາວແທລ, ນະຄອນຫລວງວຽງຈັນຕາມຄໍາເຊີນ.

ການເສລະນາຄັ້ງນີ້ແມ່ນສະມາຄົມນັກຂ່າວ LJA ແລະ ອົງການແຄ CARE Lao ເປັນເຈົ້າພາບ ສະໜັບສະໜູນໂດຍສະຫະພາບເອີຣົບ EU, ທ່ານດາວວອນ ພະຈັນທະວົງ ປະທານກິດຕິມະສັກສະມາຄົມນັກຂ່າວ, ທ່ານ ກິດສະໜາ ວົງໄຊ ພ້ອມຄອບຄົວ ແລະ ນັກທຸລະກິດຈຳນວນໜຶ່ງ. ດີໃຈ ແລະກໍ່ພູມໃຈເປັນຢ່າງຍິ່ງທີ່ເຫັນລູກຫລານຄົນຮຸ່ນໜຸ່ມທີ່ມາເປັນວິທະຍາກອນ ໃນມື້ນີ້ລ້ວນແລ້ວແຕ່ເປັນຄົນມີຄວາມຮູ້ຄວາມສາມາດສູງ, ມີລະດັບການສຶກສາດີ ແລະ ເປັນມືອາຊີບທີ່ນໍາຍຸກນໍາສະໄໝທາງດ້ານເທັກໂນໂລຊີສື່ສານມວນຊົນທີ່ສາມາດເຊື່ອມສານກັບສາກົນໄດ້. ສະນັ້ນ, ການເສວະນາໃນມື້ນີ້ເຖິງວ່າຈະເປັນເວລາທີ່ສັ້ນຫລາຍ ແຕ່ກໍ່ມີຜົນປະໂຫຍດສູງເພາະມັນເປັນໂອກາດດີທີ່ນັກຂ່າວສື່ສານມວນຊົນຮຸ່ນສືບທອດພວກເຮົາຈະນໍາເອົາຄວາມຮູ້, ປະສົບການຈາກວິທະຍາກອນເຫລົ່ານີ້ໄປໃຊ້ໃຫ້ບັງເກີດຜົນໂດຍສະເພາະແມ່ນ AI ເຊິ່ງມາຮອດປັດຈຸບັນນີ້ໂລກເຂົາພັດທະນາໄປໃກແລ້ວ ແຕ່ພວກເຮົາບໍ່ຈໍາເປັນໄປຄົ້ນຄວ້າ ແລະ ເລີ້ມເຮັດໃໝ່ນັບ 1,2,3,4, ໄປ ເຮົານໍາໃຊ້ຜົນສຳເລັດທີ່ເຂົາເຮັດມາແລ້ວໄປໂລດ ໄປທາງລັດກໍ່ວ່າແມ່ນຈຶ່ງຈະໄດ້ຮັບຜົນໄວກວ່າ ແລະ ມີປະສິດທິຜົນສູງກວ່າ ແລະ ຈະເຮັດໃຫ້ການພັດທະນາວຽກງານສື່ສານມວນຊົນລາວຂອງພວກເຮົາກ້າວໄປໃກ້ມໍ່ກັບສື່ມວນຊົນຂອງບັນດາປະເທດອ້ອມຂ້າງກໍ່ຄືຢູ່ໃນຂົງເຂດອາຊຽນໃນສະເພາະໜ້າແລະຍາວນານ.

ກອງປະຊຸມໂຄງການ GAMCIL ສໍາຫຼວດເກັບກໍາຂໍ້ມູນເພື່ອປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງ ແລະ ການນຳໃຊ້ສື່ດິຈິຕອນຢູ່ ຖວທ ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 26-28 ມິຖຸນາ 2024.

ທ່ານ ທອງຖິ່ນ ພົມພັກດີ ຮອງຫົວໜ້າພະແນກ ຖວທ ແຂວງຈໍາປາສັກ ມີຄໍາເຫັນຕໍ່ກອງປະຊຸມປະເມີນຄວາມຮູ້, ຄວາມສາມາດ, ຄວາມໝັ້ນໃຈ ແລະ ທັກສະໃນການລາຍງານຂ່າວຂອງນັກຂ່າວກ່ຽວກັບການພັດທະນາສີຂຽວຍືນຍົງ ແລະ ການນຳໃຊ້ສື່ດິຈິຕອນ ທີ່ ແຂວງຈໍາປາສັກ ວັນທີ 18-20 ມິຖຸນາ 2024.