ການເກັບຂໍ້ມູນເບື້ອງຕົ້ນ ຂອງໂຄງການ

ການເກັບຂໍ້ມູນເບື້ອງຕົ້ນ ຂອງໂຄງການ

ໃນລະຫວ່າງວັນທີ 13-27 ມິຖຸນາ 2024, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ລາວ ແລະ ໂຄງການ ແກມຊິວ ໄດ້ມີການເກັບກຳຂໍ້ມູນເບື້ອງຕົ້ນ ຂອງໂຄງການ ຢູ່ທີ່ ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ ແລະ ແຂວງ ຈຳປາສັກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 67 ທ່ານ, ແບບເຊິ່ງໜ້າ 54 ທ່ານ ແລະ ແບບອອນລາຍ 13 ທ່ານ ໂດຍທີ່ຜູ້ເຂົ້າຮ່ວມຕອບແບບສອບຖາມ ແມ່ນມາຈາກຫຼາຍພາກສ່ວນເຊັນ ຄູ່ຮ່ວມງານນັກຂ່າວພາກລັດ, ພາກສື່ສັງຄົມ, ຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ ແລະ ຜູ້ສ້າງວິດີໂອ ແລະ ຮູບເງົາ. ໂຄງການແມ່ນໄດ້ນຳໃຊ້ແບບສອບຖາມທັງໝົດ 3 ແບບ ທີ່ສ້າງຈາກເຄື່ອງມື ໂຄໂບ້ທູບ໋ອກ (KOBO Toolbox). ການເກັບກຳຂໍ້ມູນໃນຄັ້ງນີ້ ໄດ້ຊ່ວຍໃຫ້ໂຄງການສາມາດກຳນົດຂອບເຂດບູລິມະສິດຂອງໂຄງການ, ເຂົ້າໃຈໃນຜົນກະທົບຂອງໂຄງການ, ສາມາດບັດທຶກຕົວຊີ້ວັດທີ່ສຳຄັນ, ເພື່ອເປັນຂໍ້ມູນເບື້ອງຕົ້ນໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າ ແລະ ປະສິດທິຜົນໃນລະຫວ່າງການຈັດຕັ້ງປະຕິບັດ ແລະ ສິ້ນສຸດໂຄງການ.

ສະເຫຼີມສະຫຼອງ ວັນສື່ມວນຊົນລາວ ຄົບຮອບ 74 ປີ 

ສະເຫຼີມສະຫຼອງ ວັນສື່ມວນຊົນລາວ ຄົບຮອບ 74 ປີ 

ໃນວັນທີ 2 ສິງຫາ 2024, ອົງການແຄຣ໌ ລາວ ແລະ ໂຄງການ ແກມຊິວ ໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນສື່ມວນຊົນລາວ ຄົບຮອບ 74 ປີ ໃນຫົວຂໍ້ “ການນຳໃຊ້ປັນຍາປະດິດ ແລະ ສິ່ງທ້າທາຍຂອງສື່ສັງຄົມອອນລາຍສຳລັບສື່ມວນຊົນລາວ” ເຊິ່ງຈັດໂດຍ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງ ທັງຮູບແບບເຊິ່ງໜ້າ ແລະ ອອນລາຍ ຫຼາຍກວ່າ 200 ທ່ານ ໃນທົ່ວປະເທດ. ພາຍໃນງານໄດ້ມີການສົນທະນາໃນຫົວຂໍ້ “ການນໍາໃຊ້ ປັນຍາປະດິດ ຊ່ວຍສື່ມວນຊົນ; ການນໍາໃຊ້ ປັນຍາປະດິດ ເຂົ້າໃນວຽກງານຂ່າວ ແລະ ຈັນຍາບັນ; ວິທີນໍາໃຊ້ຄຸນປະໂຫຍດ ແລະ ຄວາມປອດໄພການໃຊ້ສື່ສັງຄົມອອນລາຍ; ແລະ ຄວາມສຳຄັນຂອງການພັດທະນາຍືນຍົງສີຂຽວ.”  ສະນັ້ນ, ເພື່ອຊ່ວຍໃຫ້ນັກຂ່າວລາວ ສາມາດນຳໃຊ້ເຄື່ອງມືເຕັກໂນໂລຊີ ເຂົ້າໃນການຜະລິດສື່ດິຈີຕອນ, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ແລະ ໂຄງການ ແກມຊິວ ຈຶ່ງໄດ້ເຮັດວຽກຮ່ວມກັບຫຼາຍໆພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະນັກຂ່າວລາວ ໃນການສະໜັບສະໜູນການແກ້ໄຂຊ່ອງວາງ ດ້ານຄວາມຮູ້ທາງສື່ສັງຄົມ, ປັບປຸງການຮັບຮູ້ທາງດ້ານສື່ດິຈີຕອນ ເພື່ອເພີ່ມການເຂົ້າເຖິງຂໍ້ມູນຂ່າວສານ ການພັດທະນາທີ່ກ່ຽວຂ້ອງກັບບົດບາດທາງເພດ…

ການປະເມີນຄວາມຕ້ອງການຝຶກອົບຮົມ ຂອງນັກຂ່າວ

ການປະເມີນຄວາມຕ້ອງການຝຶກອົບຮົມ ຂອງນັກຂ່າວ

ໃນວັນທີ 5-7 ສິງຫາ 2024, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ລາວ, ໂຄງການ ແກມຊິວ ແລະ ຊ່ຽວຊານ ໄດ້ຈັດກອງປະຊຸມ ການປະເມີນຄວາມຕ້ອງການຝຶກອົບຮົມແບບເຊິ່ງໜ້າ ຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ແຂວງ ຫຼວງພະບາງ ໂດຍມີຜູ້ເຂົ້າຮ່ວມ 58 ທ່ານ ແລະ ໄດ້ເຮັດການປະເມີນແບບອອນລາຍ ທີ່ແຂວງ ຈຳປາສັກ ໂດຍມີຜູ້ເຂົ້າຮ່ວມການປະເມີນ 30 ທ່ານ. ຈຸດປະສົງກໍແມ່ນເພື່ອ ປະເມີນຄວາມຕ້ອງການການຝຶກອົບຮົມຂອງນັກຂ່າວລາວ, ສະໜອງຂໍ້ມູນກ່ຽວກັບຄວາມຕ້ອງການ ການຝຶກອົບຮົມ ແລະ ການນຳໃຊ້ຂໍ້ມູນຂ່າວສານ ເພື່ອພັດທະນາຫຼັກສູດໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງ ຂອງນັກຂ່າວລາວ.  ພາຍຫຼັງທີ່ສຳເລັດການປະເມີນແລ້ວ, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ລາວ, ໂຄງການ ແກມຊິວ ແລະ ຊ່ຽວຊານ ກໍໄດ້ເຮັດວຽກຮ່ວມກັນ ເພື່ອສ້າງແລະ ພັດທະນາຫຼັກສູດ ການຮຽນການສອນ ທີ່ເໝາະສົມທັງຮູບແບບເຊິ່ງໜ້າ ແລະ ແບບອອນລາຍ ຜ່ານເວັບໄຊ ຂອງສະມາຄົມນັກຂ່າວ ແຫ່ງ ສປປ ລາວ….

ຕອນເຊົ້າມື້ນີ້ທີ 11 ຕຸລາ 2024, ຄະນະຮັບຜິດຊອບໂຄງການ GAMCIL ໄດ້ປະຊຸມກັນຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ນະຄອນຫລວງວຽງຈັນ

ຕອນເຊົ້າມື້ນີ້ທີ 11 ຕຸລາ 2024, ຄະນະຮັບຜິດຊອບໂຄງການ GAMCIL ໄດ້ປະຊຸມກັນຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ນະຄອນຫລວງວຽງຈັນ

ວີດີໂອ ຕອນເຊົ້າມື້ນີ້ທີ11ຕຸລາ2024, ຄະນະຮັບຜິດຊອບໂຄງການ GAMCIL ໄດ້ປະຊຸມກັນຢູ່ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງຫລໍ່ ດວງສະຫວັນ, ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ກຳມະການໃນຄະນະບໍລິຫານງານສະມາຄົມນັກຂ່າວແຫ່ງສປປລາວ, ຫົວໜ້າໂຄງການ GAMCIL ຝ່າຍ LJA ແລະ ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ GAMCIL ຝ່າຍ CARE Lao. ກອງປະຊຸມໄດ້ປຶກສາກັນໃນການກະກຽມເປີດຊຸດຝຶກອົບຮົມຄູຝຶກນັກຂ່າວໃນອາທິດໜ້ານີ້ຢູ່ນະຄອນຫລວງວຽງຈັນ, ກະກຽມຊຸດຝຶກອົບຮົມນັກຂ່າວພາກເໜືອຢູ່ແຂວງຫລວງພະບາງ ໃນທ້າຍເດືອນນີ້, ພາກກາງຢູ່ນະຄອນຫລວງວຽງຈັນ ໃນຕົ້ນເດືອນ ພະຈິກ ແລະ ພາກໃຕ້ຢູ່ແຂວງຈໍາປາສັກ ໃນທ້າຍເດືອນພະຈິກທີ່ຈະມາເຖິງນີ້. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາກັນກ່ຽວກັບການຈະເປີດການນໍາໃຊ້ເວບໄຊຂອງສະມາຄົມນັກຂ່າວ www.laja.la ຢ່າງເປັນທາງການໃນທ້າຍເດືອນນີ້ເຊັ່ນດຽວກັນ.