9

ກອງປະຊຸມ ສຳມະນາ ເຊິ່ງນຳພາໂດຍນັກຂ່າວພາກພື້ນ

ໃນວັນທີ 25 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ຈັດກອງປະຊຸມສຳມະນາ ລະດັບພາກພື້ນ ໃນຫົວຂໍ້: ການລາຍງານຂ່າວບັນຫາສີຂຽວໃນຍຸກດິຈິຕອນ ທີ່ ນະຄອນຫຼວງວຽງຈັນ, ໂດຍການເຊີນ ນັກຂ່າວຈາກ ປະເທດ ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ວິທະຍາກອນຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອມາຮ່ວມກອງປະຊຸມ ແລະ ເສວະນາ ເພື່ອໃຫ້ຄວາມຮູ້, ແລກປ່ຽນປະສົບການໃຫ້ແກ່ ນັກສື່ມວນຊົນລາວ ແລະ ຍັງໄດ້ເຊີນຕາງໜ້ານັກຂ່າວທີ່ໄດ້ເຂົ້າຮ່ວມໂຄງການເຂົ້າມາຮ່ວມໃນກອງປະຊຸມແບບເຊິ່ງໜ້າ ແລະ ນັກຂ່າວໃນທົ່ວປະເທດ ເຂົ້າຮ່ວມແບບອອນລາຍ ເຊິ່ງມີຜູ້ເຂົ້າຮ່ວມແບບເຊິ່ງໜ້າທັງໝົດ 74 ທ່ານ, ຍິງ 35 ທ່ານ ແລະ ເຂົ້າຮ່ວມຜ່ານທາງອອນລາຍ ຈຳນວນ 125 ທ່ານ, ຍິງ 83 ທ່ານ. ຈຸດປະສົງໃນການຈັດກອງປະຊຸມສຳມະນາໃນຄັ້ງນີ້ ກໍແມ່ນເພື່ອແລກປ່ຽນບົດຮຽນກັບບັນດານັກຂ່າວພາກພື້ນ ກ່ຽວກັບ ການລາຍງານຂ່າວບັນຫາສີຂຽວໃນຍຸກດິຈິຕອນ, ເພື່ອໃຫ້ນັກຂ່າວສາມາດປັບຕົວເພື່ອການນໍາໃຊ້ດິຈີຕອນແບບໃໝ່ ເຂົ້າມາຊ່ວຍໃນການລາຍງານຂ່າວໃຫ້ມີປະສິດຕິພາບຫຼາຍຂື້ນ ແລະ ເພື່ອໃຫ້ນັກຂ່າວມີຄວາມເຂົ້າໃຈໃນການຄູ້ມຄອງສື່ຂອງຕົນເອງຢ່າງມີປະສິດທິພາບ. ພາຍຫຼັງສຳເລັດກອງປະຊຸມລະດັບພາກພື້ນແລ້ວ ນັກຂ່າວແມ່ນໄດ້ມີຄວາມເຂົ້າໃຈໃນການຜະລິດຂ່າວສີຂຽວຫຼາຍຂື້ນ, ມີຄວາມເຂົ້າໃຈກ່ຽວກັບສິ່ງແວດລ້ອມ ແລະ ສາມາດລາຍງານຂ່າວທີຕິດພັນກັບວຽກງານສິ່ງແວດລ້ອມໄດ້ດີຂື້ນ ແລະ ຍັງສາມາດນຳໃຊ້ເຄື່ອງມືດີຈີຕອນເຂົ້າໃນການຜະລິດຂ່າວແບບໃໝ່ກ່ຽວກັບການພັດທະນາສີຂຽວ.