ການລົງເກັບກຳຂໍ້ມູນເພື່ອປະເມີນໄລຍະກາງ ຂອງໂຄງການ GAMCIL
ການລົງເກັບກຳຂໍ້ມູນ ໃນວັນທີ 29 ກໍລະກົດ – 13 ສິງຫາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ລາວ ແລະ ຊ່ຽວຊານດ້ານການເກັບກຳຂໍ້ມູນ ໄດ້ລົງເກັບກຳຂໍ້ມູນໃນພື້ນທີ່ເປົ້າໝາຍຂອງໂຄງການທີ່ແຂວງ ຫຼວງພະບາງ ເຊິ່ງມີຜູ້ເຂົ້າຮ່ວມ 21 ຄົນ, ຍິງ 8 ຄົນ, ແຂວງ ຈຳປາສັກ 16 ຄົນ, ຍິງ 10 ຄົນ ແລະ ນະຄອນຫຼວງວຽງຈັນ 28 ຄົນ, ຍິງ 18 ຄົນ. ນອກຈາກນັ້ນ, ຍັງໄດ້ເຮັດເປັນລິ້ງແບບສອບຖາມອອນລາຍ ເພື່ອສົ່ງໃຫ້ແກ່ຜູ້ເຂົ້າຮ່ວມທີ່ຢູ່ຕ່າງແຂວງ ເພື່ອໃຫ້ທຸກຄົນໄດ້ມີສ່ວນຮ່ວມໃນການປະເມີນໄລຍະກາງຂອງໂຄງການ. ພາຍຫຼັງທີສຳເລັດການເກັບກຳຂໍ້ມູນ, ຊ່ຽວຊານເກັບກຳຂໍ້ມູນຈະໄດ້ເຮັດບົດລາຍງານ ແລະ ສະຫຼູບຜົນຂອງການປະເມີນໄລຍະກາງຂອງໂຄງການ ເຊິ່ງຄາດວ່າຈະສຳເລັດໃນຕົ້ນເດືອນ ກັນຍາ 2025.









