ການແລກປ່ຽນ ແລະ ຝຶກອົບຮົມການປະຕິບັດຕົວຈິງ ໃຫ້ກັບນັກຂ່າວລາວ ທີ່ປະເທດໄທ
ໃນວັນລະຫວ່າງ ວັນທີ 10-21 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ນຳພາ ຕາງໜ້ານັກຂ່າວລາວ ທີ່ຊະນະເລີດຈາກການແຂ່ງຂັນຜະລິດຕະພັນສື່ສີຂຽວ ຈຳນວນ 6 ຄົນ ຍິງ 4 ຄົນ ໄປແລກປ່ຽນ ແລະ ຝຶກອົບຮົມປະຕິບັດຕົວຈິງ ຢູ່ທີ່ ບາງກອກ, ປະເທດໄທ. ຈຸດປະສົງກໍແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈກ່ຽວກັບຄວາມສຳຄັນ ແລະ ການປັບຕົວເຂົ້າກັບຍຸກດິຈີຕອນ ໃນການລາຍງານຂ່າວບັນຫາສີຂຽວ ແລະ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການລາຍງານຂ່າວຈາກ ນັກຂ່າວລະດັບພາກພື້ນ. ເຊິ່ງກິດຈະກຳ ໄດ້ແບ່ງອອກເປັນ 3 ພາກໃຫຍ່ຄື: ການຝຶກອົບຮົມໃນຫ້ອງ ເປັນເວລາ 2 ວັນ ເພື່ອວັດລະດັບຄວາມເຂົ້າໃຈເບື້ອງຕົ້ນຂອງ ຜູ້ເຂົ້າຮ່ວມຝຶກອົບຮົມ, ແນະນຳເຕັກນິກການຜະລິດ ແລະ ເລືອກຫົວຂໍ້ຂ່າວກ່ຽວກັບສິ່ງແວດລ້ອມ ໃຫ້ແທດເໝາະກັບສັງຄົມ, ພາກທີ 2 ຜູ້ເຂົ້າຮ່ວມໄດ້ແບ່ງກຸ່ມ ເພື່ອລົງວຽກພາກປະຕິບັດຝຶກວຽກໂຕຈິງ 3 ສື່ ຄື: ສະຖານີວິທະຍຸ-ໂທລະພາບແຫ່ງປະເທດໄທ (NBT), ສະຖານີວິທະຍຸ-ໂທລະພາບແຫ່ງປະເທດໄທ TBS ແລະ ສະຖານີໂທລະພາບຊ່ອງ 9 ອສມທ, ແລະ ພາກທີ 3 ແມ່ນໄດ້ລົງໄປທັດສະນະສຶກສາເບິ່ງວຽກຕົວຈິງຢູ່ ບໍລິສັດ CP ALLຈໍາກັດມະຫາຊົນ,ບໍລິສັດ SCG ປູນຊີເມນໄທ ຈໍາກັດມະຫາຊົນ, ບໍລິສັດ PTT OR, ສະຖາບັນສິ່ງແວດລ້ອມໄທ, ແລະ ່ ອົງການບໍລິຫານອາຍແກັສເຮືອນແກ້ວ (TGO) ເພື່ອຮັບຟັງ ກ່ຽວກັບການປະຢັດພະລັງງານ, ການນຳໃຊ້ພະລັງທົດແທນທີ່ເປັນມິດກັບສິ່ງແວດລ້ອມ, ໃນການຫຼຸດຜ່ອນຄາບອນຕໍ່າ, ຟື້ນຟູປ່າໄມ້, ໃຊ້ນໍ້າມັນທີ່ເປັນມິດກັບສິ່ງແວດລ້ອມ, ການອອກແບບອາຄານ ທີ່ໄດ້ມາດຕະຖານອາຄານສີຂຽວ, ການຕັ້ງບ່ອນກັກເກັບປະລິມານມົນລະພິດທາງອາກາດ ແລະ ການນຳໃຊ້ພະລັງງານສະອາດ, ພະລັງງານແສງອາທິດ, ພະລັງງານລົມ ພະລັງງານນໍ້າ, ການໃຊ້ລົດໄຟເພື່ອຫລຸດຜ່ອນລົດນໍ້າມັນ. ພາຍຫຼັງສຳເລັດການຝຶກອົບຮົມທີປະເທດໄທ, ຜູ້ເຂົ້າຮ່ວມແມ່ນມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບຄວາມສຳຄັນຂອງການລາຍງານຂ່າວບັນຫາສີຂຽວໃນລະດັບພາກພື້ນ, ມີຄວາມຊຳນິຊຳນານຫຼາຍຂື້ນໃນການນຳໃຊ້ເຄື່ອງມືດິຈີຕອນໃນການລາຍງານຂ່າວ, ໄດ້ຮັບການຍົກລະດັບການນຳໃຊ້ເຕັກໂນໂລຊີ ຜ່ານການທົດລອງນຳໃຊ້ບັນດາອຸປະກອນທີ່ທັນສະໄໝຈາກຫ້ອງຂ່າວ ແລະ ຂຽນຂ່າວທີ່ປະເທດໄທອີກດ້ວຍ.








