ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ອົງການຈັດຕັ້ງສັງຄົມລາວ
ໃນວັນທີ 18 – 22 ສິງຫາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ ອົງການຈັດຕັ້ງສັງຄົມລາວ ພາຍໃຕ້ໂຄງການ GAMCIL ທີ ນະຄອນຫຼວງວຽງຈັນ. ມີຜູ້ເຂົ້າຮ່ວມ 33 ຄົນ, ຍິງ 28 ຄົນ ຈາກ ແຂວງເຊກອງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ. ຈຸດປະສົງກໍແມ່ນເພື່ອ ເພີ່ມຄວາມຮູ້ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ ເພື່ອຊ່ວຍໃຫ້ສາມາດສ້າງເນື້ອຫາ ກ່ຽວກັບການພັດທະນາສີຂຽວໄດ້ຢ່າງລະອຽດ, ຈັນຍາບັນນັກຂ່າວ, ຄວາມສຳຄັນຂອງບົດບາດທາງເພດ ແລະ ສິດທິ ໃນຍຸກດິຈີຕອນ, ການນຳໃຊ້ເຄື່ອງມືດິຈີຕອນໃນການຜະລິດເນື້ອຫາ ແລະ ການເຜີຍແຜ່ເນື້ອຫາອອກສູ່ສັງຄົມອອນລາຍໃຫ້ມີຄວາມປອດໄພ.
ຜົນໄດ້ຮັບແມ່ນສາມາດຜະລິດເນື້ອຫາທີ່ເປັນໂປສເຕີ້ ແລະ ວິດີໂອ ທີ່ຕີດພັນກັບບັນຫາສີຂຽວ, ສາມາດຜະລິດເນື້ອຫາໂດຍການນຳໃຊ້ເຄື່ອງມືດີຈິຕອນເຂົ້າມາຊ່ວຍ ແລະ ນຳສະເໜີບົດໄດ້ຢ່າງມີປະສິດທິພາບ. ບົດດັ່ງກ່າວຈະໄດ້ຮັບການປັບປຸງ ແລະ ໂພສລົງສຶ່ອອນລາຍ ເພື່ອເປັນການລົນນະລົງເຖິງຜົນກະທົບຕໍ່ກັບສິ່ງແວດລ້ອມທີ່ກຳລັງເກີດຂື້ນໃນປັດຈຸບັນ.







