1
[:en]ກອງປະຊຸມ ຄະນະກຳມະການຄຸ້ມຄອງໂຄງການ GAMCIL. The Steering Committee Meeting for GAMCIL Project[:]

ກອງປະຊຸມ ຄະນະກຳມະການຄຸ້ມຄອງໂຄງການ GAMCIL

ວັນທີ 12 ກັນຍາ 2025, ກອງປະຊຸມ ຄະນະກຳມະການຄຸ້ມຄອງໂຄງການ GAMCIL ໄດ້ຈັດຂື້ນ ທີ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມເປັນປະທານໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ນາງ ໄພວັນ ຈັນງ່າຄຳ, ອຳນວຍການດ້ານແຜນງານ, ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ, ທ່ານ ນາງ ຄາລ້າ ດາ ຊິວເວີ້ ໄລຊກິ, ອານຸເລຂາ ຂະແໜງການປົກຄອງ, ສະຫະພາບ ເອີຣົບ ປະຈຳ ສປປ ລາວ, ກົມສື່ມວນຊົນ ແລະ ພະນັກງານໂຄງການ.
ກອງປະຊຸມໄດ້ລາຍງານເຖີງຜົນສຳເລັດຂອງການຈັດຕັ້ງປະຕະບັດກິດຈະກຳຂອງໂຄງການ GAMCIL ໃນໄລຍະ 6 ເດືອນຕົ້ນປີ 2025 ທີ່ຜ່ານມາ ໂດຍເນັ້ນໃສ່ວຽກງານການມີສ່ວນຮ່ວມ ແລະ ການສ້າງຄວາມເຂັ້ມແຂງທາງດ້ານການລາຍງານຂ່າວບັນຫາສີຂຽວ ຜ່ານການເຂົ້າຮ່ວມຝຶກອົບຮົມໃນຫຼັກສູດ ມາດຕະຖານຂ່າວສາຄຸນນະພາບສີຂຽວ ໃຫ້ກັບຜູ້ເຂົ້າຮ່ວມ ກໍຄືນັກຂ່າວພາກລັດ, ພາກສື່ສັງຄົມອອນລາຍ, ພາກອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ. ນອກຈາກນັ້ນ ກໍຍັງໄດ້ລາຍງານເຖິງສິ່ງທ້າທາຍ, ແນວທາງໃນການຮັບມື ພ້ອມທັງລາຍງານແຜນການດຳເນີນຈັດຕັ້ງກິດຈະກຳ ໃນອີກ 6 ເດືອນຕໍ່ໜ້າ ໃຫ້ສາມາດຈັດຕັ້ງໄດ້ຢ່າງມີປະສິດທິພາບ ແລະ ດຳເນີນໄດ້ຕາມເວລາທີກຳນົດໄວ້.