ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາສີຂຽວ
ວັນທີ 29 ກັນຍາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ ເປີດຊຸດຝຶກອົບຮົມ ການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ພາຍໃຕ້ ໂຄງການ GAMCIL ທີ່ ນະຄອນຫຼວງວຽງຈັນ ເຊິ່ງເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານ ນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL ໂດຍມີຕົວແທນຜູ້ເຂົ້າຮ່ວມຫຼາຍກວ່າ 20 ສະມາຄົມ ພາຍໃນທົ່ວປະເທດ.
ຈຸດປະສົງຂອງກອງປະຊຸມ ກໍແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາສີຂຽວ ໂດຍຜ່ານ ຫຼັກສູດມາດຕະຖານການລາຍງານຂ່າວສີຂຽວ ເຊິ່ງເນັ້ນໃສ່ເຕັກນິກການເກັບກຳຂໍ້ມູນ, ການວິເຄາະ, ການຕັ້ງຫົວຂໍ້ຂ່າວ ແລະ ການຂຽນຂ່າວສຳລັບສື່ອອນລາຍແບບໃໝ່ ໂດຍນຳໃຊ້ເຄື່ອງເຕັກໂນໂລຊີ ທີ່ທັນສະໄໝ ເຊັນ ປັນຍາປະດິດ ທີ່ຈະເປັນເຄື່ອງມື ທີ່ຊ່ວຍອຳນວຍຄວາມສະດວກໃຫ້ກັບຜູ້ເຂົ້າຮ່ວມໃນການສ້າງເນື້ອໃນໄດ້ຢ່າງມີຜະສິດທິພາບຫຼາຍຂືຶ້ນ.






