ໂຄງການ GAMCIL ຈັດຝຶກອົບຮົມ ການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ນັກຂ່າວລາວ ຢູ່ພາກເໜືອ
ໃນກາງເດືອນ ເມສາ 2025 ທີ່ຜ່ານມາ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສົງຄົມ ເພື່ອການພັດທະນາ ສີຂຽວ ໃນ ສປປ ລາວ (GAMCIL) ໄດ້ຈັດຊຸດຝຶກອົບຮົມນັກຂ່າວປະຈຳປີ ການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ນັກຂ່າວລາວ ພາກເໜຶອ ທີ່ແຂວງຫຼວງພະບາງ ໂດຍມີຕົວແທນຈາກແຂວງ ຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ ແລະ ໄຊຍະບູລີ ທີ່ໄດ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້.


ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອເພີ່ມຄວາມອາດສາມາດໃຫ້ແກ່ນັກຂ່າວລາວ ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ເພີ່ມຄວາມຮັບຮູ້ກ່ຽວສິ່ງແວດລ້ອມ, ການຊອກຫາແຫຼ່ງຂໍ້ມູນສິ່ງແວດລ້ອມທີ່ໜ້າເຊື່ອຖື ເພື່ອຊ່ວຍໃຫ້ສາມາດຂຽວຂ່າວໄດ້ຢ່າງເປັນມືອາຊີບ, ການນຳໃຊ້ເຄື່ອງປັນຍາປະດິດ (AI) ໃນການຜະລິດຂ່າວ, ການສ້າງຮູບພາບ ແລະ ໂປສເຕີ້ຂ່າວໃນເຄື່ອງມື Canva, ເຕັກນິກການຖ່າຍຮູບພາບ ແລະ ການຕັດຕໍ່ວິດີໂອ. ພາຍຫຼັງທີ່ສຳເລັດການຝຶກອົບຮົມແລ້ວ ໂຄງການ ກໍໄດ້ໃຫ້ນັກຂ່າວ ຜະລິດຂ່າວທີ່ກ່ຽວກັບສິ່ງແວດລ້ອມ ໂດຍການນຳໃຊ້ບົດຮຽນທີ່ໄດ້ຮຽນມາ ເພື່ອເອົາມານຳສະເໜີ ໃຫ້ກັບຊ່ຽວຊານ ແລະ ທີມງານໂຄງການໄດ້ໃຫ້ຄຳເຫັນ ແລະ ປັບປຸງໃຫ້ມີຄວາມສົມບູນແບບຫຼາຍຂື້ນ.






