|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີ ຮ່າໂນ້ຍ

ໃນວັນທີ 12 ທັນວາ 2025, ພາຍໃຕ້ບັນຍາກາດທີ່ຕື່ນເຕັ້ນ ແລະ ເຕັມໄປດ້ວຍການຮຽນຮູ້, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ນຳພາຕົວແທນ 10 ທ່ານ ຈາກໂຄງການ GAMCIL ເຂົ້າຢ້ຽມຢາມ ຫ້ອງທົດລອງຄົ້ນຄວ້າມົນລະພິດໄມໂຄຣພລາສຕິກ ອັນເປັນຈຸດຍຸດທະສາດ ທີ່ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີ ຮ່າໂນ້ຍ.

ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ນາງ ມາຍ ເຮືອງ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງ USTH, ໄດ້ເປັນຜູ້ເປີດໂປງຄວາມລັບທີ່ຢູ່ເບື້ອງຫຼັງການຄົ້ນຄວ້າວ່າ:

• ໄມໂຄຣພລາສຕິກ: ໄພຂົ່ມຂູ່ທີ່ເບິ່ງບໍ່ເຫັນ! ທ່ານ ນາງ ມາຍ ເຮືອງ ໄດ້ເວົ້າວ່າ ອະນຸພາກພລາສຕິກຂະໜາດນ້ອຍເຫຼົ່ານີ້ ກໍາລັງສ້າງຄວາມເສຍຫາຍຮ້າຍແຮງຕໍ່ມະນຸດ ແລະ ສິ່ງແວດລ້ອມຢ່າງຫຼາຍ. ການຢ້ຽມຢາມຄັ້ງນີ້ ແມ່ນການເເລກປ່ຽນທີ່ສຳຄັນທີ່ສຸດ ເພື່ອນຳເອົາຄວາມຈິງທາງວິທະຍາສາດໄປສູ່ຊຸມຊົນ. ທາງ USTH ຢືນຢັນວ່າ ການແກ້ໄຂບັນຫາສິ່ງແວດລ້ອມ ຕ້ອງເລີ່ມຕົ້ນດ້ວຍການຕື່ນຕົວ ຂອງທຸກຄົນ! ການຈັດກິດຈະກຳຄັ້ງນີ້ຖືເປັນການຍົກລະດັບການສື່ສານລະຫວ່າງສະຖາບັນຄົ້ນຄວ້າວິທະຍາສາດກັບສາທາລະນະຊົນ, ເຮັດໃຫ້ບັນຫາສິ່ງແວດລ້ອມທີ່ສັບສົນກາຍເປັນເລື່ອງທີ່ທຸກຄົນເຂົ້າໃຈ ແລະ ເຂົ້າເຖິງໄດ້.