[:en]ໃນມື້ນີ້ໄດ້ມີພິທີສະຫລຸບກິດຈະກຳ 6 ເດືອນ ຕົ້ນປີ ແລະ ສະເໜີແຜນການ 6 ເດືອນທ້າຍປີຂອງໂຄງການ GAMCIL ທີ່ໂຮງແຮມເມືອງແທ່ງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັຖະມົນຕີ ກະຊວງຖວທ ຜູ້ຊີ້ນໍາໂຄງການ, ທ່ານ ສົມສະຫວາດພົງສາ ຫົວໜ້າກົມສື່ມວນຊົນ, ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວ, ທ່ານ ປອ. ອາຈິດ ປາຣິດາ ຕາງໜ້າອົງການແຄນາໆຊາດປະຈຳລາວ, ຄະນະປະສານງານຈາກ ນະຄອນຫລວງວຽງຈັນ, ນະຄອນຫລວງພະບາງ ແລະ ຈໍາປາສັກ, ຕາງໜ້າກົມສື່ມວນຊົນຈາກອົງການຈັດຕັ້ງມະຫາຊົນ ແລະ ນັກຂ່າວຈໍານວນໜຶ່ງທີ່ນະຄອນຫລວງວຽງຈັນ.[:]

ກອງປະຊຸມສະຫຼຸບ 6 ເດືອນຕົ້ນປິ ແລະ ວາງແຜນການ 6 ເດືອນທ້າຍປິຂອງໂຄງການ

ວັນທີ 29 ສິງຫາ 2024 ທີ່ຜ່ານມາ, ອົງການແຄຣ໌ ລາວ ຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ ສະຫຼຸບ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນ ທ້າຍປີ ຂອງໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມເປັນປະທານພາຍໃນກອງປະຊຸມ ໂດຍ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອະດີດ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ທ່ອງທ່ຽວ ແລະ ວັດທະນະທຳ, ທ່ານ ປອ ອາຈິດ ປາຣິດາ, ຜູ້ອຳນວຍການດ້ານແຜນງານ, ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ. ນອກຈາກນັ້ນ, ຍັງມີຕາງໜ້າຈາກບັນດາກະຊວງ, ບັນດາກົມທີ່ກ່ຽວຂ້ອງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫຼວງພະບາງ ແລະ ແຂວງ ຈຳປາສັກ, 3 ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນໍາສື່ມວນຊົນຈາກຫຼາຍພາກສ່ວນ ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ກອງປະຊຸມແມ່ນໄດ້ມີການສະຫຼຸບ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງໂຄງການ ໃນ 3 ແຂວງເປົ້າໝາຍກໍຄື ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ ແລະ ແຂວງ ຈຳປາສັກ. ນອກຈາກນັ້ນ, ພາຍໃນງານກໍຍັງໄດ້ມີການສົນທະນາ ແລະ ແລກປ່ຽນຄຳຄິດເຫັນຮ່ວມກັນ ເພື່ອວາງແຜນການຈັດຕັ້ງປະຕິບັດກິດຈະກຳໃນອີກ 6 ເດືອນຕໍ່ໜ້າ ໃຫ້ມີຄວາມແທດເໝາະ ແລະ ບັນລຸຕາມແຜນກິດຈະກຳຂອງໂຄງການ.