ຄະນະບໍລິຫານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ມາຢ້ຽມຢາມ ຄະນະບໍລິຫານສະມາຄົມນັກຂ່າວ ແຫ່ງ ສສ ຫວຽດນາມ ຢູ່ທີ່ ຮ່າໂນ້ຍ, ຫວຽດນາມ
ວັນທີ 8 ທັນວາ 2025 —ການຢ້ຽມຢາມໃນຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານ Le Quoc Minh, ກໍາມະການສູນກາງພັກຄອມມຸຍນິດຫວຽດນາມ, ຫົວໜ້າບັນນາທິການໜັງສືພີມ Nhan Dan, ແລະ ປະທານສະມາຄົມນັກຂ່າວແຫ່ງປະເທດຫວຽດນາມ ໂດຍມີການເຂົ້າຮ່ວມຂອງຄະນະບໍລິຫານງານສະມາຄົມນັກຂ່າວຫວຽດນາມ ເເລະ ຄະນະບໍລິຫານສະມາຄົມນັກຂ່າວລາວ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກໂຄງການ, ນັກຂ່າວພາກລັດຖະບານລາວ, ອົງການຈັດຕັ້ງທາງສັງຄົມ ເເລະ ຜູ້ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປ.
ໃນໂອກາດດັ່ງກ່າວ, ທ່ານປະທານ ສະຫວັນຄອນ ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ສະມາຄົມນັກຂ່າວຫວຽດນາມ ພ້ອມທັງທ່ານປະທານ Le Quoc Minh ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນເປັນຢ່າງດີຕະຫຼອດມາ.
ທ່ານປະທານ ຍັງໄດ້ເນັ້ນຢໍ້າເຖິງສາຍພົວພັນອັນເປັນມູນເຊື້ອຖານອ້າຍນ້ອງຂອງສອງສະມາຄົມ ທີ່ໄດ້ມີການຮ່ວມມືກັນຢ່າງຕໍ່ເນື່ອງມາເປັນເວລາກວ່າ 30 ປີ. ນອກຈາກນັ້ນ, ຄະນະສະມາຄົມນັກຂ່າວລາວ ຍັງໄດ້ເຂົ້າຮ່ວມພິທີເປີດ ການຈັດກອງປະຊຸມສຳມະນາ ແລະ ການຝຶກອົບຮົມເປັນປະຈຳ ເພື່ອສືບຕໍ່ຍົກສູງລະດັບຄວາມຮູ້ຄວາມສາມາດ ແລະ ເພີ່ມຄວາມສາມັກຄີຂອງນັກຂ່າວໃນພາກພື້ນ.











