|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ສະຖານີໂທລະພາບແຫ່ງຊາດຫວຽດນາມ

ວັນທີ 11 ທັນວາ 2025, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ສືບຕໍ່ພາລະກິດໃນການຍົກລະດັບສື່ມວນຊົນລາວ ດ້ວຍການນໍາພາຕົວແທນຜູ້ເຂົ້າຮ່ວມ ພາຍໃຕ້ໂຄງການ GAMCIL ທັດສະນະສຶກສາຢ່າງເປັນທາງການທີ່ສະຖານີໂທລະພາບແຫ່ງຊາດຫວຽດນາມ VTV. ການທັດສະນະຄັ້ງນີ້ ເນັ້ນໃສ່ການເຂົ້າເຖິງປະສົບການຕົວຈິງໃນການຜະລິດສື່ມວນຊົນມາດຕະຖານສາກົນ.

🤝ໃນໂອກາດນີ້, ທາງຄະນະໄດ້ຮັບກຽດຈາກ ທ່ານ ນາງ Nguyễn Thị Kim Hoa, ຮອງຫົວໜ້າພະແນກວິທະຍາສາດ ແລະ ການສຶກສາໂທລະພາບຫວຽດນາມ (VTV), ເຊິ່ງໄດ້ໃຫ້ກຽດໃນການເປັນ ປະທານ ໃນການແລກປ່ຽນບົດຮຽນໃນຄັ້ງນີ້.

🎥ພວກເຮົາໄດ້ສຶກສາການຈັດການການຖ່າຍທໍາລາຍການໃຫຍ່ເຊັ່ນ: Olympia, ພ້ອມທັງເຂົ້າຊົມການເຮັດວຽກຂອງລະບົບຄວບຄຸມສຽງ-ພາບທີ່ທັນສະໄໝ.

📝ມີການແລກປ່ຽນບົດຮຽນໂດຍກົງກັບນັກຂ່າວ ແລະ ຜູ້ຜະລິດສາລະຄະດີຂອງ VTV ໂດຍສະເພາະດ້ານ ສິ່ງແວດລ້ອມ, ເຊິ່ງໄດ້ເປີດມູມມອງໃໝ່ໃນການນໍາສະເໜີເນື້ອໃນທີ່ສຳຄັນ.

ປະສົບການອັນລ້ຳຄ່ານີ້ ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາຄວາມສາມາດ ແລະ ວິໄສທັດຂອງບຸກຄະລາກອນສື່ມວນຊົນລາວ.