IMG_1387

ໂຄງການ GAMCIL ສຳເລັດການຈັດຊຸດຝຶກອົບຮົບຄູຝຶກ ການຮຽນຮູ້ດ້ວຍຕົນເອງ ກ່ຽວກັບການພັດທະນາສື່ສີຂຽວ ແລະ ການຄຸ້ມຄອງສື່ຂອງຕົນເອງ

ໃນຕົ້ນເດືອນ ເມສາ 2025 ທີ່ຜ່ານມາ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ (GAMCIL) ໄດ້ສຳເລັດການຈັດຝຶກອົບຮົມຄູຝຶກ ຫຼັກສູດການຮຽນຮູ້ດ້ວຍຕົນເອງ ກ່ຽວກັບການພັດທະນາສື່ສີຂຽວ ແລະ ການຄຸ້ມຄອງສື່ຂອງຕົນເອງ ໃຫ້ແກ່ທີມງານໂຄງການ ແລະ ຕາງໜ້າຈາກຄະນະກອງເລຂາ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເຊິ່ງຈັດຂຶ້ນຢູ່ທີ່ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ, ນະຄອນຫຼວງວຽງຈັນ.

ຈຸດປະສົງ ເພື່ອຊ່ວຍເພີ່ມທັກສະການເປັນຄູຝຶກທີ່ດີ, ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມຮຽນຮູ້ວິທີການນໍາໃຊ້ເຄື່ອງມືດິຈິຕອນເພື່ອສົ່ງເສີມ ແລະ ລາຍງານບັນຫາສີຂຽວຜ່ານຊ່ອງທາງສື່ຂອງພວກເຂົາ, ເພື່ອໃຫ້ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ຊ່ວຍໃຫ້ສາມາດຄຸ້ມຄອງ, ບໍລິຫານຫຼັກສູດໃນລະບົບອອນລາຍດ້ວຍຕົນເອງໄດ້, ມີຄວາມຊຳນານໃນການປັບປຸງ ແລະ ສ້າງບົດຮຽນໃໝ່ໆ ຜ່ານລະບົບອອນລາຍ ໂດຍການນຳໃຊ້ຫຼັກສູດການຮຽນຮູ້ດ້ວຍຕົນເອງ. ພາຍຫຼັງສຳເລັດການຝຶກອົບຮົມຄູຝຶກແລ້ວ ຜູ້ເຂົ້າຮ່ວມກໍໄດ້ລົງມືພາກປະຕິບັດຕົວຈິງ ການສ້າງ ແລະ ເຂົ້າເຖິງເນື້ອໃນບົດຮຽນທາງອອນລາຍ, ການຜະລິດຂ່າວໂດຍການນຳໃຊ້ເຄື່ອງມືດິຈິຕອນ, ການນຳສະເໜີຂ່າວກ່ຽວກັບການພັດທະນາສີຂຽວຜ່ານສື່ຊ່ອງທາງຂອງຕົນເອງ.

WhatsApp Image 2025-04-03 at 19.00.12