1

ກອງປະຊຸມສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໂຄງການ GAMCIL ປະຈຳປີ 2024 ແລະ ທິດທາງແຜນການປີ 2025

ໃນວັນທີ 27 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໂຄງການ GAMCIL ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ທີ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 47 ຄົນ, ແມ່ຍິງ 15 ຄົນ. ພາຍໃນກອງປະຊຸມແມ່ນໄດ້ມີການສະຫຼຸບ ແລະ ລາຍງານຜົນສຳເລັດ ຂອງການຈັດຕັ້ງປະຕິບັດໂຄງການໃຫ້ເຂດເປົ້າໝາຍຢູ່ ແຂວງ ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງ ຈໍາປາສັກ ໃນໄລຍະປີ 2024, ໄດ້ມີການ​ປຶກສາ​ຫາລື​ກ່ຽວ​ກັບ​ສິ່ງທ້າທາຍໃນການຈັດຕັ້ງປະຕິບັດກິດຈະກຳໃນແຕ່ລະພື້ນທີ່ເປົ້າໝາຍຂອງໂຄງການ, ປຶກສາຫາລື ແລະ ໃຫ້ຄວາມເຫັນຮ່ວມກັນໃນການວາງແຜນກິດຈະກຳປະຈຳປີ 2025. ນອກຈາກນັ້ນ ຍັງໄດ້ມີການ ມອບ-ຮັບລາງວັນໃຫ້ແກ່ນັກຂ່າວ ທີ່ຊະນະການປະກວດແຂ່ງຂັນຂຽນຂ່າວ ຈຳນວນ 10 ຄົນ ພ້ອມທັງຮັບຊົມວິດີໂອຜົນສຳເລັດຂອງການເຮັດກິດຈະກຳຂອງໂຄງການ ແລະ ວິດິໂອການໄປຝຶກອົບຮົມທີ່ປະເທດໄທ. ຫຼັງຈາກທີສຳເລັດກອງປະຊຸມ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ກໍໄດ້ເຮັດບົດສະຫລູບລາຍງານ ການຈັດຕັ້ງປະຕິບັດກິດຈະກຳ ແລະ ແຜນການດຳເນີນປະຕິບັດໃນປີ 2025 ເພື່ອລາຍງານການເຄື່ອນໄຫວໃຫ້ກັບ ກະຊວງການຕ່າງປະເທດ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຄະນະຊີ້ນຳໂຄງການ. ເພື່ອໃຫ້ໂຄງການສາມາດຈັດຕັ້ງປະຕິບັດໄດ້ຕາມແຜນກິດຈະກຳທີ່ວາງໄວ້ຢ່າງຖືກຕ້ອງ ແລະ ທັນກັບເວລາທີກຳນົດ.