IMG_2119

ຝຶກອົບຮົມການລາຍງານບັນຫາສີຂຽວໃຫ້ແກ່ນັກຂ່າວລາວ

ໃນວັນທີ 23-27 ມິຖນາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ສືບຕໍ່ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ ນັກຂ່າວລາວ ພາຍໃຕ້ໂຄງການ GAMCIL ທີ ນະຄອນຫຼວງວຽງຈັນ ໂດຍໄດ້ມີຕົວແທນ ນັກຂ່າວ ຈາກນະຄອນຫຼວງວຽງຈັນ,​ ແຂວງວຽງຈັນ, ແຂວງ ບໍລິຄຳໄຊ ແລະ ແຂວງ ໄຊສົມບູນ​. ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອເພີ່ມຄວາມອາດສາມາດໃຫ້ແກ່ນັກຂ່າວລາວ ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ​ ແລະ​ ການປ່ຽນແປງຂອງດິນຟ້າອາກາດ​,  ເພີ່ມຄວາມຮັບຮູ້ກ່ຽວສິ່ງແວດລ້ອມ ເພື່ອຊ່ວຍໃຫ້ສາມາດຂຽວຂ່າວການພັດທະນາສີຂຽວໄດ້ຢ່າງລະອຽດ, ການໃຫ້ຄວາມຮູ້ຈັນຍາບັນນັກຂ່າວ, ໃຫ້ຄວາມຮູ້ກ່ຽວກັບບົດບາດທາງເພດ ແລະ ສິດທິ ໃນຍຸກດິຈີຕອນ, ການນຳໃຊ້ເຄື່ອງມືດິຈີຕອນໃນການຜະລິດຂ່າວ ແລະ ການເຜີຍແຜ່ຂ່າວອອກສູ່ສັງຄົມອອນລາຍໃຫ້ມີຄວາມປອດໄພ.