ການທັດສະນະສຶກສາໃຫ້ແກ່ນັກຂ່າວລາວ
ໃນວັນທີ 27-29 ມິຖຸນາ 2025, ໂຄງການ GAMCIL ໄດ້ພານັກຂ່າວພາກກາງ ໄປທັດສະນະສຶກສາ ທີ ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ຮູບແບບການທ່ອງທ່ຽວແບບອະນຸລັກ ເພື່ອເປັນການລົງຈັດຕັ້ງປະຕິບັດຕົວຈິງ ໂດຍການນຳໃຊ້ບົດຮຽນທີ່ໄດ້ຮຽນມາ ເຂົ້າໃນການເກັບກຳຂໍ້ມູນ ທີ່ ຖໍ້າອ່າງຫຼວງ ແລະ ສະຖານທີສຶກສານິເວດ ວຽງທາລາ. ເຊິ່ງນັກຂ່າວສາມາດນຳໃຊ້ຂໍ້ມູນດັ່ງກ່າວເຂົ້າໃນການປະກວດແຂ່ງຂັນຂຽນຂ່າວສັ້ນ ແລະ ເຮັດວິດີໂອສັ້ນໃນປີນີ້. ນອກຈາກນັ້ນ, ເພື່ອເປັນການສ້າງຄວາມສາມັກຄີລະຫວ່າງຜູ້ເຂົ້າຮ່ວມດ້ວຍກັນ ໂຄງການກໍໄດ້ເຮັດກິດຈະກຳສ້າງຄວາມສາມັກຄີ ແລະ ກິດຈະກຳຈຳລອງການຄັດແຍກຂີ້ເຫຍື້ອ ເພື່ອສ້າງຄວາມຮັບຮູ້ເຖິງຜົນກະທົບດ້ານບວກ ແລະ ດ້ານລົບໃຫ້ກັບຜູ້ເຂົ້າຮ່ວມອີກດ້ວຍ.








