IMG_3046

ຝຶກອົບຮົມຄູຝຶກ ການຜະລິດເນື້ອຫາສີຂຽວ ແລະ ການວ່າງແຜນການຝຶກອົບຮົມ

ຝຶກອົບຮົມວັນທີ 7-9 ກໍລະກົດ 2025, ໂຄງການ GAMCIL ໄດ້ຈັດການຝຶກອົບຮົມຄູຝຶກ ເພື່ອການສົ່ງຕໍ່ບົດຮຽນການລາຍງານຂ່າວບັນຫາສີຂຽວ ແລະ ວາງແຜນການຝຶກອົບຮົມ ໃຫ້ແກ່ພະນັກງານໂຄງການ ແລະ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ. ມີຜູ້ເຂົ້າຮ່ວມທັງໝົດ 13 ຄົນ, ຍິງ 4 ຄົນ. ເຊິ່ງມີຕົວແທນຜູ້ເຂົ້າຮ່ວມໂຄງການຈາກແຂວງ ຫຼວງພະບາງ ແລະ ຈຳປາສັກ.
ຈຸດປະສົງເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ມີທັກສະການເປັນຄູຝຶກທີດີ, ເພື່ອຊ່ວຍໃຫ້ສາມາດນຳໃຊ້ເຄື່ຶອງມືດິຈີຕອນໄດ້ດີຂື້ນ ແລະ ເພື່ອຊ່ວຍໃຫ້ສາມາດສ້າງແຜນການຝຶກອົບຮົມຂອງຕົນເອງ ຜ່ານການທົດລອງຂື້ນຝຶກຕົວຈິງ.