ຝຶກອົບຮົມການເປັນຄູຝຶກ ບົດບາດ ແລະ ຄວາມສະເໝີພາບທາງເພດ
ໃນວັນທີ 23-25 ກໍລະກົດ 2025, ອົງການແຄຣ໌ ຮ່ວມກັບໂຄງການ GAMCIL ໄດ້ຈັດຝຶກອົບຮົມຄູຝຶກ ບົດບາດ ແລະ ຄວາມສະເໝີພາບທາງເພດ ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ 13 ຄົນ ຍິງ 5 ຄົນ. ຈຸດປະສົງກໍແມ່ນເພື່ອ ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໃນວຽກງານບົດບາດທາງເພດຫຼາຍຂື້ນ. ຜ່ານການສົນທະນາກັນ, ຜູ້ເຂົ້າຮ່ວມສາມາດຮູ້ວິທີການສອນທີ່ເໝາະສົມຫຼາຍຂື້ນຜ່ານການທົດລອງຂື້ນສອນຕົວຈິງ ແລະ ສາມາດສ້າງແຜນການສອນ ເພື່ອນຳໃຊ້ເຂົ້າໃນການຝຶກອົບຮົມໄດ້.
ຜົນໄດ້ຮັບແມ່ນພວກເຂົາມີບົດສອນເປັນຂອງຕົນເອງ ແລະ ສາມາດນຳໄປສອນຕໍ່ໃຫ້ກັບຜູ້ເຂົ້າຮ່ວມຂອງໂຄງການ ແລະ ເພື່ອນຮ່ວມງານຂອງພວກເຂົາໄດ້.








