20250819_084502

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ອົງການຈັດຕັ້ງສັງຄົມລາວ

ໃນວັນທີ 18 – 22 ສິງຫາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ ອົງການຈັດຕັ້ງສັງຄົມລາວ ພາຍໃຕ້ໂຄງການ GAMCIL ທີ ນະຄອນຫຼວງວຽງຈັນ. ມີຜູ້ເຂົ້າຮ່ວມ 33 ຄົນ, ຍິງ 28 ຄົນ ຈາກ ແຂວງເຊກອງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ. ຈຸດປະສົງກໍແມ່ນເພື່ອ ເພີ່ມຄວາມຮູ້ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ​ ເພື່ອຊ່ວຍໃຫ້ສາມາດສ້າງເນື້ອຫາ ກ່ຽວກັບການພັດທະນາສີຂຽວໄດ້ຢ່າງລະອຽດ, ຈັນຍາບັນນັກຂ່າວ, ຄວາມສຳຄັນຂອງບົດບາດທາງເພດ ແລະ ສິດທິ ໃນຍຸກດິຈີຕອນ, ການນຳໃຊ້ເຄື່ອງມືດິຈີຕອນໃນການຜະລິດເນື້ອຫາ ແລະ ການເຜີຍແຜ່ເນື້ອຫາອອກສູ່ສັງຄົມອອນລາຍໃຫ້ມີຄວາມປອດໄພ.
ຜົນໄດ້ຮັບແມ່ນສາມາດຜະລິດເນື້ອຫາທີ່ເປັນໂປສເຕີ້ ແລະ ວິດີໂອ ທີ່ຕີດພັນກັບບັນຫາສີຂຽວ, ສາມາດຜະລິດເນື້ອຫາໂດຍການນຳໃຊ້ເຄື່ອງມືດີຈິຕອນເຂົ້າມາຊ່ວຍ ແລະ ນຳສະເໜີບົດໄດ້ຢ່າງມີປະສິດທິພາບ. ບົດດັ່ງກ່າວຈະໄດ້ຮັບການປັບປຸງ ແລະ ໂພສລົງສຶ່ອອນລາຍ ເພື່ອເປັນການລົນນະລົງເຖິງຜົນກະທົບຕໍ່ກັບສິ່ງແວດລ້ອມທີ່ກຳລັງເກີດຂື້ນໃນປັດຈຸບັນ.