|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ສຳນັກຂ່າວສານອອນລາຍ VietnamPlus

ໃນພາກບ່າຍ ຂອງວັນທີ 11 ທັນວາ 2025, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ສຶບຕໍ່ນຳພາຄະນະຜູ້ເຂົ້າຮ່ວມຈາກ ສປປ ລາວ ສືບຕໍ່ທັດສະນະສຶກສາທີ່ VietnamPlus, ສຳນັກຂ່າວອອນລາຍຊັ້ນນຳຂອງຫວຽດນາມ.

ການແລກປ່ຽນຄວາມຮູ້ໃນຄັ້ງນີ້ໄດ້ຮັບກຽດຈາກ ທ່ານ ເຈິ່ນ ຈ້ຽນ ຢ້ວນ, ຫົວໜ້າບັນນາທິການໜັງສືພິມອອນລາຍ VietnamPlus, ໄດ້ໃຫ້ກຽວເປັນປະທານ ໃນກອງປະຊຸມ ເເລະ ຕ້ອນຮັບຢ່າງອົບອຸ່ນ. ພ້ອມກັນນີ້, ທ່ານ ຫວໍ ເເມ້ງ ກໍໄດ້ເປັນຜູ້ບັນຍາຍບົດຮຽນ ແລະ ຕອບຄຳຖາມແລກປ່ຽນກັບບັນດາຜູ້ຕາງໜ້າຈາກ ສປປ ລາວ.

ນອກຈາກນີ້ຍັງໄດ້ສຶກສາການເຮັດວຽກຕົວຈິງຂອງຫ້ອງການຂ່າວອອນລາຍ, ໂດຍສະເພາະແມ່ນການຜະລິດ ສື່ທີ່ຫຼາກຫຼາຍຮູບແບບ (Multimedia) ແລະ ວິທີການຈັດການຂ່າວສານທີ່ເນັ້ນວິທີການຈັດການຂ່າວສານເພື່ອໃຫ້ເຂົ້າເຖິງຜູ້ຊົມໃນເວທີຕ່າງໆຢ່າງມີປະສິດທິພາບ. ປະສົບການທີ່ໄດ້ຮັບຈາກ VietnamPlus ນີ້ມີຄວາມສຳຄັນຢ່າງຍິ່ງໃນການເປີດມູມມອງໃໝ່ ກ່ຽວກັບການຫັນປ່ຽນສື່ມວນຊົນພື້ນເມືອງໄປສູ່ຍຸກດິຈິຕອລຢ່າງມີປະສິດທິພາບ.

VietnamPlus ຖືກຍົກໃຫ້ເຫັນວ່າເປັນຕົວຢ່າງທີ່ດີເດັ່ນຂອງການນຳໃຊ້ ນະວັດຕະກຳ ແລະ ເທັກໂນໂລຢີໃໝ່ໆ ເຂົ້າໃນການຜະລິດຂ່າວໃນຍຸກດິຈິຕອລ. ເຊິ່ງບົດຮຽນຈາກສຳນັກຂ່າວອອນລາຍຊັ້ນນຳນີ້ ຈະກາຍເປັນພື້ນຖານອັນລ້ຳຄ່າໃຫ້ແກ່ການພັດທະນາວຽກງານສື່ມວນຊົນຂອງລາວໃນອະນາຄົດຜ່ານການຜັນຂະຫຍາຍສືບຕໍ່ຂອງຜູ້ຕາງໜ້າຈາກ ສປປ ລາວ ທັງ 10 ທ່ານ ໃນອະນາຄົດ.