ການປ່ຽນເເປງສະພາບດິນຟ້າອາກາດເເມ່ນຫຍັງ?
- 12 ພາກຮຽນ
- 46 ບົດຮຽນ
- 2 ບົດສອບເສັງ
ພາກທີ 1.1.0
ພາກທີ 1.1.1
ພາກທີ 1.1.2
ພາກທີ 1.1.4
ພາກທີ 1.1.5
ພາກທີ 1.2.0
ພາກທີ 1.3.1
ພາກທີ 1.4.1
ພາກທີ 1.5.0
[:en]
ການປ່ຽນແປງສະພາບດິນຟ້າອາກາດໝາຍເຖິງການປ່ຽນແປງທີ່ສໍາຄັນຂອງຮູບແບບສະພາບອາກາດຂອງໂລກຂອງພວກເຮົາໃນໄລຍະເວລາຕ່າງໆ.
ໃນຊຸມປີທົດສະວັດທີ່ຜ່ານມາ, ໂລກຮ້ອນຂຶ້ນໂດຍຕົ້ນຕໍຍ້ອນກິດຈະກໍາຂອງມະນຸດ. ໃນເວລາທີ່ພວກເຮົາເຜົາໄໝ້ເຊື້ອໄຟຈາກຟອດຊີວ (ເຊັ່ນ: ນໍ້າມັນແອັດຊັງ, ຖ່ານຫີນ ແລະ ອາຍກ໊າສທໍາມະຊາດ) ເພື່ອມາເປັນພະລັງງານ, ພວກເຮົາປ່ອຍອາຍກ໊າສທີ່ສ້າງຂຶ້ນໄປສະສົມໃນຊັ້ນບັນຍາກາດ. ອາຍກ໊າສເຫຼົ່ານີ້ສ້າງ "ປະກົດການເຮືອນແກ້ວ" ໂດຍການກັກເກັບຄວາມຮ້ອນຈາກແສງຕາເວັນທີ່ປົກກະຕິຈະປ່ອຍກັບ ຄືນສູ່ອາວະກາດ.
ສະພາບການໂລກທີ່ມີຄວາມຮ້ອນຂຶ້ນສົ່ງຜົນກະທົບທີ່ສັງເກດເຫັນໄດ້ເຊັ່ນ: ລະດັບນ້ໍາທະເລທີ່ເພີ່ມສູງຂຶ້ນ, ເຫດການສະພາບອາກາດປ່ຽນແປງຮ້າຍແຮງເລື້ອຍໆເຊັ່ນ: ພາຍຸ, ຄື້ນຄວາມຮ້ອນ, ນໍ້າຖ້ວມ ແລະ ໄພແຫ້ງແລ້ງ. ສົ່ງຜົນໃຫ້ພືດ ແລະ ສັດບາງຊະນິດ ມີຊີວິດລອດໄດ້ຍາກຂຶ້ນ.
[:]
ຕ້ອງການສົ່ງຄຳລີວິວບໍ່? ເຂົ້າສູ່ລະບົບ

