|

ປະກວດຜະລິດຂ່າວພາບວີດີໂອແລະໂພດສເຕີ ປະຈຳປີ 2025 ສຳລັບຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ

ສຳລັບຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ ປະກາດການເເຂ່ງຂັນຂຽນຂ່າວ ປະຈຳປີ 2025 ສຳລັບນັກຂ່າວພາກລັດຖະບານ ເງື່ອນໄຂ ການປະກວດຂຽນຂ່າວປະຈຳປີ 2025 ສຳລັບພາກອົງການຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ

WhatsApp Image 2025-10-21 at 12.25.28 (2)
|

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ສຳເລັດກອງປະຊຸມ

ໃນວັນທີ 14 ຕຸລາ 2025 ທີ່ຜ່ານມາ, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ສຳເລັດກອງປະຊຸມ ອອກແບບແຂ່ງຂັນຜະລິດຕະພັນສື່ກ່ຽວກັບການພັດທະນາສີຂຽວ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມ ຂອງອົງການ ຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ. ຈຸດປະສົງກໍແມ່ນເພື່ອຮ່ວມກັນອອກແບບເງື່ອນໄຂ ແລະ ມາດຕະຖານ ຂອງການປະກວດແຂ່ງຂັນຂຽນຂ່າວ ໃຫ້ມີຄວາມສົມບູນຫຼາຍຂຶ້ນ ສຳລັບ 3 ກຸ່ມເປົ້າໝາຍຄື: ນັກຂ່າວພາກລັດ, ພາກອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ ແລະ ສິ່ງສຳຄັນແມ່ນ ຈະຊ່ວຍໃຫ້ພວກເຂົາສາມາດຜະລິດສື່ກ່ຽວກັບການພັດທະນາສີຂຽວ ທີມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງໂຄງການ.

|

ຈະມີຫຍັງເກີດ What’s on in Laos

ກິດຈະກໍາທີ່ຈະເກີດຂຶ້ນໃນເດືອນ ຕຸລາ 2025 ນີ້ລວມດັ່ງມີ: ວັນທີ 7: ວັນຄູແຫ່ງຊາດ,ເຊິ່ງເປັນດາໂຮງຮຽນຕ່າງໆ ໃນທົ່ວປະເທດຈະມີກິດຈະກໍາຕ່າງໆເພື່ອຄໍານັບຮັບຕ້ອນວັນສໍາຄັນດັ່ງກ່າວ. ນອກຈາກວັນຄູແລ້ວໃນວັນດຽວກັນນີ້ວັນທີ 7 ກໍ ຄືວັນເພັງ 15 ຄໍ່າ ເດືອນ 11, ພສ 2568 ແມ່ນວັນວັນບຸນ ອອກພັນສາ, ເຊິ່ງຈະມີກິດຈະກໍາທາງປະເພນີ ແລະ ສາດສະໜາພຸດ ທີ່ໜ້າສົນໃຈຕິດຕາມດ້ວຍ ການຊ່ວງເຮືອໃນວັນທີ 8 ຢູ່ ຫຼາຍໆແຂວງລຽບ ຝັ່ງຂອງເຊັ່ນ ນະຄອນຫຼວງວຽງຈັນ. ວັນທີ 12 ຕຸລາເປັນວັນປະກາດເອກະລາດ ຂອງ ຊາດລາວຈາກການເປັນປະເທດຫົວເມືອງຂຶ້ນຂອງ ປະເທດຝຣັ່ງ, ເຊິ່ງເປັນເວລາ 71 ປີ (ແຕ່ປິ 1893-1964).

2

ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາສີຂຽວ

ວັນທີ 29 ກັນຍາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ ເປີດຊຸດຝຶກອົບຮົມ ການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ພາຍໃຕ້ ໂຄງການ GAMCIL ທີ່ ນະຄອນຫຼວງວຽງຈັນ ເຊິ່ງເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານ ນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL ໂດຍມີຕົວແທນຜູ້ເຂົ້າຮ່ວມຫຼາຍກວ່າ 20 ສະມາຄົມ ພາຍໃນທົ່ວປະເທດ. ຈຸດປະສົງຂອງກອງປະຊຸມ ກໍແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາສີຂຽວ ໂດຍຜ່ານ ຫຼັກສູດມາດຕະຖານການລາຍງານຂ່າວສີຂຽວ ເຊິ່ງເນັ້ນໃສ່ເຕັກນິກການເກັບກຳຂໍ້ມູນ, ການວິເຄາະ, ການຕັ້ງຫົວຂໍ້ຂ່າວ…

1

ກອງປະຊຸມ ຄະນະກຳມະການຄຸ້ມຄອງໂຄງການ GAMCIL

ວັນທີ 12 ກັນຍາ 2025, ກອງປະຊຸມ ຄະນະກຳມະການຄຸ້ມຄອງໂຄງການ GAMCIL ໄດ້ຈັດຂື້ນ ທີ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມເປັນປະທານໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ນາງ ໄພວັນ ຈັນງ່າຄຳ, ອຳນວຍການດ້ານແຜນງານ, ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ, ທ່ານ ນາງ ຄາລ້າ ດາ ຊິວເວີ້ ໄລຊກິ, ອານຸເລຂາ ຂະແໜງການປົກຄອງ, ສະຫະພາບ ເອີຣົບ ປະຈຳ ສປປ ລາວ, ກົມສື່ມວນຊົນ ແລະ ພະນັກງານໂຄງການ.ກອງປະຊຸມໄດ້ລາຍງານເຖີງຜົນສຳເລັດຂອງການຈັດຕັ້ງປະຕະບັດກິດຈະກຳຂອງໂຄງການ GAMCIL ໃນໄລຍະ 6 ເດືອນຕົ້ນປີ 2025 ທີ່ຜ່ານມາ ໂດຍເນັ້ນໃສ່ວຽກງານການມີສ່ວນຮ່ວມ ແລະ ການສ້າງຄວາມເຂັ້ມແຂງທາງດ້ານການລາຍງານຂ່າວບັນຫາສີຂຽວ ຜ່ານການເຂົ້າຮ່ວມຝຶກອົບຮົມໃນຫຼັກສູດ…