20250819_084502

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ອົງການຈັດຕັ້ງສັງຄົມລາວ

ໃນວັນທີ 18 – 22 ສິງຫາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ ອົງການຈັດຕັ້ງສັງຄົມລາວ ພາຍໃຕ້ໂຄງການ GAMCIL ທີ ນະຄອນຫຼວງວຽງຈັນ. ມີຜູ້ເຂົ້າຮ່ວມ 33 ຄົນ, ຍິງ 28 ຄົນ ຈາກ ແຂວງເຊກອງ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ. ຈຸດປະສົງກໍແມ່ນເພື່ອ ເພີ່ມຄວາມຮູ້ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ​ ເພື່ອຊ່ວຍໃຫ້ສາມາດສ້າງເນື້ອຫາ ກ່ຽວກັບການພັດທະນາສີຂຽວໄດ້ຢ່າງລະອຽດ, ຈັນຍາບັນນັກຂ່າວ, ຄວາມສຳຄັນຂອງບົດບາດທາງເພດ ແລະ ສິດທິ ໃນຍຸກດິຈີຕອນ, ການນຳໃຊ້ເຄື່ອງມືດິຈີຕອນໃນການຜະລິດເນື້ອຫາ ແລະ ການເຜີຍແຜ່ເນື້ອຫາອອກສູ່ສັງຄົມອອນລາຍໃຫ້ມີຄວາມປອດໄພ.ຜົນໄດ້ຮັບແມ່ນສາມາດຜະລິດເນື້ອຫາທີ່ເປັນໂປສເຕີ້ ແລະ ວິດີໂອ ທີ່ຕີດພັນກັບບັນຫາສີຂຽວ, ສາມາດຜະລິດເນື້ອຫາໂດຍການນຳໃຊ້ເຄື່ອງມືດີຈິຕອນເຂົ້າມາຊ່ວຍ ແລະ ນຳສະເໜີບົດໄດ້ຢ່າງມີປະສິດທິພາບ. ບົດດັ່ງກ່າວຈະໄດ້ຮັບການປັບປຸງ ແລະ ໂພສລົງສຶ່ອອນລາຍ ເພື່ອເປັນການລົນນະລົງເຖິງຜົນກະທົບຕໍ່ກັບສິ່ງແວດລ້ອມທີ່ກຳລັງເກີດຂື້ນໃນປັດຈຸບັນ.

WhatsApp Image 2025-08-12 at 17.06.09

ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ຈັດພິມຈຳໜ່າຍ ຄົບຮອບ 75 ປີ

ໃນວັນທີ 11-13 ສິງຫາ 2025, ໂຄງການ GAMCIL ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການຈັດພີມຈຳໜ່າຍ ຄົບຮອບ 75 ປິ ທີ່ ຫໍວັດທະນະທຳ ແຫ່ງຊາດ. ໂຄງການໄດ້ສະໜັບສະໜູນການຜະລິດເສື້ອເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ພ້ອມນັ້ນ ກໍໄດ້ເຊີນຜູ້ປະສານງານໂຄງການ ແລະ ຕົວແທນນັກຂ່າວຈາກພຶ້ນທີເປົ້າໝາຍຂອງໂຄງການເຂົ້າຮ່ວມນຳ. ນອກຈາກນັ້ນ ໃນວັນທີ 16 ສິງຫາ 2025, ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ຈັດໂດຍ ກົມສື່ມວນຊົນ, ຄະນະໂຄຊະນາອົບຮົມສູນກາງພັກ ເຊິ່ງໄດ້ເລີ່ມຍ່າງຈາກພະທາດຫຼວງວຽງຈັນ ຫາປະຕູໄຊ ແລະ ກັບຄືນສູ່ພະທາດຫຼວງວຽງຈັນ. ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ຄົນ.

20250729_084512

ການລົງເກັບກຳຂໍ້ມູນເພື່ອປະເມີນໄລຍະກາງ ຂອງໂຄງການ GAMCIL

ການລົງເກັບກຳຂໍ້ມູນ ໃນວັນທີ 29 ກໍລະກົດ – 13 ສິງຫາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອົງການແຄຣ໌ ລາວ ແລະ ຊ່ຽວຊານດ້ານການເກັບກຳຂໍ້ມູນ ໄດ້ລົງເກັບກຳຂໍ້ມູນໃນພື້ນທີ່ເປົ້າໝາຍຂອງໂຄງການທີ່ແຂວງ ຫຼວງພະບາງ ເຊິ່ງມີຜູ້ເຂົ້າຮ່ວມ 21 ຄົນ, ຍິງ 8 ຄົນ, ແຂວງ ຈຳປາສັກ 16 ຄົນ, ຍິງ 10 ຄົນ ແລະ ນະຄອນຫຼວງວຽງຈັນ 28 ຄົນ, ຍິງ 18 ຄົນ. ນອກຈາກນັ້ນ, ຍັງໄດ້ເຮັດເປັນລິ້ງແບບສອບຖາມອອນລາຍ ເພື່ອສົ່ງໃຫ້ແກ່ຜູ້ເຂົ້າຮ່ວມທີ່ຢູ່ຕ່າງແຂວງ ເພື່ອໃຫ້ທຸກຄົນໄດ້ມີສ່ວນຮ່ວມໃນການປະເມີນໄລຍະກາງຂອງໂຄງການ. ພາຍຫຼັງທີສຳເລັດການເກັບກຳຂໍ້ມູນ, ຊ່ຽວຊານເກັບກຳຂໍ້ມູນຈະໄດ້ເຮັດບົດລາຍງານ ແລະ ສະຫຼູບຜົນຂອງການປະເມີນໄລຍະກາງຂອງໂຄງການ ເຊິ່ງຄາດວ່າຈະສຳເລັດໃນຕົ້ນເດືອນ ກັນຍາ 2025.

IMG_3781

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ອົງການຈັດຕັ້ງສັງຄົມລາວ

ໃນວັນທີ 28 ກໍລະກົດ – 1 ສິງຫາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ ອົງການຈັດຕັ້ງສັງຄົມລາວ ພາຍໃຕ້ໂຄງການ GAMCIL ທີ ນະຄອນຫຼວງວຽງຈັນ. ມີຜູ້ເຂົ້າຮ່ວມ 40 ຄົນ, ຍິງ 21 ຄົນ ຈາກ ນະຄອນຫຼວງວຽງຈັນ, ແຂວງ ບໍ່ແກ້ວ, ອັດຕະປື, ຊຽງຂວາງ ແລະ ຈຳປາສັກ. ຈຸດປະສົງກໍແມ່ນເພື່ອ ເພີ່ມຄວາມຮູ້ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ​ ເພື່ອຊ່ວຍໃຫ້ສາມາດສ້າງເນື້ອຫາ ກ່ຽວກັບການພັດທະນາສີຂຽວໄດ້ຢ່າງລະອຽດ, ການໃຫ້ຄວາມຮູ້ຈັນຍາບັນນັກຂ່າວ, ຄວາມສຳຄັນຂອງບົດບາດທາງເພດ ແລະ ສິດທິ ໃນຍຸກດິຈີຕອນ, ການນຳໃຊ້ເຄື່ອງມືດິຈີຕອນໃນການຜະລິດເນື້ອຫາ ແລະ ການເຜີຍແຜ່ເນື້ອຫາອອກສູ່ສັງຄົມອອນລາຍໃຫ້ມີຄວາມປອດໄພ.ຜົນໄດ້ຮັບແມ່ນສາມາດຜະລິດເນື້ອຫາທີ່ເປັນໂປສເຕີ້ ແລະ ວິດີໂອ ທີ່ຕີດພັນກັບບັນຫາສີຂຽວ, ສາມາດຜະລິດເນື້ອຫາໂດຍການນຳໃຊ້ເຄື່ອງມືດີຈິຕອນເຂົ້າມາຊ່ວຍ ແລະ ນຳສະເໜີບົດໄດ້ຢ່າງມີປະສິດທິພາບ, ສັ້ນກະທັດຮັດ.

20250724_115908

ຝຶກອົບຮົມການເປັນຄູຝຶກ ບົດບາດ ແລະ ຄວາມສະເໝີພາບທາງເພດ

ໃນວັນທີ 23-25 ກໍລະກົດ 2025, ອົງການແຄຣ໌ ຮ່ວມກັບໂຄງການ GAMCIL ໄດ້ຈັດຝຶກອົບຮົມຄູຝຶກ ບົດບາດ ແລະ ຄວາມສະເໝີພາບທາງເພດ ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ 13 ຄົນ ຍິງ 5 ຄົນ. ຈຸດປະສົງກໍແມ່ນເພື່ອ ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໃນວຽກງານບົດບາດທາງເພດຫຼາຍຂື້ນ. ຜ່ານການສົນທະນາກັນ, ຜູ້ເຂົ້າຮ່ວມສາມາດຮູ້ວິທີການສອນທີ່ເໝາະສົມຫຼາຍຂື້ນຜ່ານການທົດລອງຂື້ນສອນຕົວຈິງ ແລະ ສາມາດສ້າງແຜນການສອນ ເພື່ອນຳໃຊ້ເຂົ້າໃນການຝຶກອົບຮົມໄດ້. ຜົນໄດ້ຮັບແມ່ນພວກເຂົາມີບົດສອນເປັນຂອງຕົນເອງ ແລະ ສາມາດນຳໄປສອນຕໍ່ໃຫ້ກັບຜູ້ເຂົ້າຮ່ວມຂອງໂຄງການ ແລະ ເພື່ອນຮ່ວມງານຂອງພວກເຂົາໄດ້.