ກອງປະຊຸມສະຫຼຸບ 6 ເດືອນຕົ້ນປິ ແລະ ວາງແຜນການ 6 ເດືອນທ້າຍປິຂອງໂຄງການ
ວັນທີ 29 ສິງຫາ 2024 ທີ່ຜ່ານມາ, ອົງການແຄຣ໌ ລາວ ຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ ສະຫຼຸບ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນ ທ້າຍປີ ຂອງໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມເປັນປະທານພາຍໃນກອງປະຊຸມ ໂດຍ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ອະດີດ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ທ່ອງທ່ຽວ ແລະ ວັດທະນະທຳ,…

