ງານປະກາດຜົນການແຂ່ງຂັນ ການຜະລິດສື່ສີຂຽວ ປະຈຳປີ 2025
ພິທີມອບລາງວັນ ໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2025 ທີ່ ນະຄອນຫຼວງວຽງຈັນ. ໄດ້ຮັບກຽດຈາກຜູ້ເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ລາວ, ທ່ານ ສະຫວັນຄອນ ຣາຊມົນຕຣີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ, ຜູ້ອຳນວຍການ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ.









ພວກເຮົາຂໍສະແດງຄວາມຍິນດີນຳ ຜູ້ຊະນະເລີດ ຈາກກຸ່ມນັກຂ່າວພາກລັດຖະບານ, ກຸ່ມພາກອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ກໍຄື:
ປະເພດຂ່າວວິດີໂອ:
ທ່ານ ນາງ ປານີ ວິໄລຈິດ, ວິທະຍຸ-ໂທລະພາບ ແຂວງຫຼວງພະບາງ
ທ່ານ ນາງ ກິນນາລີ ສາຍທະວີ, ວິທະຍາໄລເຕັກນິກປາກປ່າສັກ
ປະເພດຂ່າວໂປສເຕີ້:
ທ່ານ ນາງ ພູນມະໂນ ຫຼ່ຽມໄຊຍະຈັກ, ໜັງສືພິມ ເສດຖະກິດ-ສັງຄົມ
ທ່ານ ນາງ ທິບພະຈັນ ພູດາວົງ, ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ
ຂອບໃຈສຳລັບທຸກໆຄົນ ສຳລັບການເຂົ້າຮ່ວມແຂ່ງຂັນປະກວດຜະລິດສື່ສີຂຽວ. ເຖິງວ່າ ຈະບໍ່ໄດ້ລາງວັນກໍຕາມ, ແຕ່ທຸກຄົນໄດ້ເປັນສ່ວນສຳຄັນໃນການຂັບເຄື່ອນວຽກງານສື່ ເພື່ອຮ່ວມກັນເຜີຍແຜ່ການປົກປັກຮັກສາສິ່ງແວດລ້ອມ ແລະ ບັນຫາການປ່ຽນແປງດິນຟ້າອາກາດ ໃຫ້ກວ້າງຂວາງຍິ່ງຂື້ນ.

