ໂຄງການ GAMCIL ຈັດຝຶກອົບຮົມ ການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ນັກຂ່າວລາວ ຢູ່ພາກໃຕ້
ບໍ່ດົນມານີ້, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສົງຄົມ ເພື່ອການພັດທະນາ ສີຂຽວ ໃນ ສປປ ລາວ (GAMCIL) ໄດ້ສຳເລັດການຈັດຊຸດອົບຮົມ ການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ນັກຂ່າວລາວ ທີ່ແຂວງຈຳປາສັກ ໂດຍໄດ້ມີຕົວແທນ ນັກຂ່າວ ຈາກແຂວງຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ ທີ່ໄດ້ເຂົ້າຮ່ວມຝຶກອົບຮົມແບບເຊິ່ງໜ້າ ແລະ ແບບອອນລາຍ ຈາກຕົວແທນນັກຂ່າວພາກກາງ ແຂວງບໍລິຄຳໄຊ, ໄຊສົມບູນ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ. ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອເພີ່ມຄວາມອາດສາມາດໃຫ້ແກ່ນັກຂ່າວລາວ ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ເພີ່ມຄວາມຮັບຮູ້ກ່ຽວສິ່ງແວດລ້ອມ ເພື່ອຊ່ວຍໃຫ້ສາມາດຂຽວຂ່າວການພັດທະນາສີຂຽວໄດ້ຢ່າງລະອຽດ, ການໃຫ້ຄວາມຮູ້ຈັນຍາບັນນັກຂ່າວ, ໃຫ້ຄວາມຮູ້ກ່ຽວກັບບົດບາດທາງເພດ ແລະ ສິດທິ ໃນຍຸກດິຈີຕອນ, ການນຳໃຊ້ເຄື່ອງມືດິຈີຕອນໃນການຜະລິດຂ່າວ ແລະ ການເຜີຍແຜ່ຂ່າວອອກສູ່ສັງຄົມອອນລາຍໃຫ້ມີຄວາມປອດໄພ. ນອກຈາກນັ້ນ ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ໂຄງການ ກໍໄດ້ພານັກຂ່າວເຂົ້າຮ່ວມການເສວະນາ ກາເຟລາວ ທີ່ປາກຊ່ອງ, ເຊິ່ງຈັດໂດຍ ໂຄງການ SuPER WE Coffee ທີ່ໄດ້ມາໃຫ້ຄວາມຮູ້ກ່ຽວກັບການມີສ່ວນຮ່ວມຂອງຊຸມຊົນ ໃນການປູກກາເຟໂດຍຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຍັງໄດ້ພານັກຂ່າວລົງເກັບກຳຂໍ້ມູນທີ ສວນອາໂກ (Agro Farm) ທີ່ເຮັດກ່ຽວກັບການປູກຜັກປອດສານພິດທີ່ເປັນມິດຕໍ່ກັບສິ່ງແວດລ້ອມ.








