|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ໂຮງງານບຳບັດນໍ້າ Deep C Blue

ໃນວັນທີ 15 ທັນວາ 2025, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ນໍາພາຕົວແທນຜູ້ເຂົ້າຮ່ວມ 10 ທ່ານ ຈາກໂຄງການ GAMCIL ທັດສະນະແລກປ່ຽນ ທີ່ ໂຮງງານບຳບັດນໍ້າ Deep C Blue ທີ່ເມືອງ ໄຮ່ຟ່ອງ ປະເທດຫວຽດນາມ ເພື່ອເປີດໂລກການຮຽນຮູ້ທີ່ໜ້າຕື່ນເຕັ້ນ!

ນີ້ບໍ່ແມ່ນພຽງແຕ່ການທັດສະນະທຳມະດາ, ແຕ່ແມ່ນການເຂົ້າໄປສຳຜັດກັບ ນະວັດຕະກຳສີຂຽວ ທີ່ກ້າວໜ້າ ເເລະ ທັນສະໄໝ. ຜູ້ເຂົ້າຮ່ວມ ໄດ້ເຂົ້າຮ່ວມການສຶກສາຢ່າງເລິກເຊິ່ງກ່ຽວກັບ ໂຮງງານບຳບັດນ້ຳເປື້ອນສູນກາງຂະໜາດໃຫຍ່, ໄດ້ເຫັນຂັ້ນຕອນການເຮັດວຽກທີ່ລະອຽດ, ເຊິ່ງສາມາດປ່ຽນນ້ຳເປື້ອນທີ່ປ່ອຍອອກມາຈາກໂຮງງານ, ຄົວເຮືອນ, ຮ້ານຄ້າ ໃຫ້ກາຍເປັນ ນ້ຳທີ່ໃສສະອາດ ແລະ ສາມາດນຳມາໃຊ້ຄືນໄດ້ ໂດຍໃຊ້ເຕັກໂນໂລຢີທີ່ມີປະສິດທິພາບສູງ. ນອກຈາກນັ້ນ, ທາງໂຮງງານຍັງໄດ້ນຳພາຢ້ຽມຊົມສວນກ້າເບ້ຍໄມ້, ພຶດຜັກຊະນິດຕ່າງໆ, ສວນສາທາລະນະສຳລັບພະນັກງານໃນໂຮງງານ ແລະ ສຶ້ນສຸດທີ່ກັງຫັນລົມຂະໜາດໃຫຍ່ ທີ່ໃຊ້ສຳລັບຜະລິດໄຟຟ້າ ເພື່ອໃຊ້ພາຍໃນໂຮງງານ. ນີ້ຄືສິ່ງທີ່ຢັ້ງຢືນວ່າ ໂຮງງານບຳບັດນໍ້າເປື້ອນ Deep C Blue ໄດ້ມີສ່ວນຮ່ວມໃນການຄຸ້ມຄອງສິ່ງແວດລ້ອມຢ່າງມີຄວາມຮັບຜິດຊອບ.

🙏🏼ການແລກປ່ຽນບົດຮຽນຄັ້ງນີ້ໄດ້ສ້າງແຮງບັນດານໃຈໃຫ້ທີມງານນັກຂ່າວລາວ, ເພື່ອກາຍເປັນສຽງສຳຄັນໃນການລາຍງານເລື່ອງລາວດ້ານສິ່ງແວດລ້ອມທີ່ດີເລີດ ແລະ ການພັດທະນາແບບຍືນຍົງໃນ ສປປ ລາວ.

💧ການເດີນທາງຄັ້ງນີ້ບໍ່ພຽງແຕ່ສຳເລັດພາລະກິດ, ແຕ່ຍັງສ້າງເຄືອຂ່າຍຄວາມຮູ້ໃໝ່ໆ ທີ່ຈະນຳໄປສູ່ການສ້າງສັນຜົນງານຂ່າວທີ່ເລິກເຊິ່ງ ແລະ ຕື່ນເຕັ້ນກວ່າເກົ່າ!