ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ສຳເລັດກອງປະຊຸມ
ໃນວັນທີ 14 ຕຸລາ 2025 ທີ່ຜ່ານມາ, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ສຳເລັດກອງປະຊຸມ ອອກແບບແຂ່ງຂັນຜະລິດຕະພັນສື່ກ່ຽວກັບການພັດທະນາສີຂຽວ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມ ຂອງອົງການ ຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ.
ຈຸດປະສົງກໍແມ່ນເພື່ອຮ່ວມກັນອອກແບບເງື່ອນໄຂ ແລະ ມາດຕະຖານ ຂອງການປະກວດແຂ່ງຂັນຂຽນຂ່າວ ໃຫ້ມີຄວາມສົມບູນຫຼາຍຂຶ້ນ ສຳລັບ 3 ກຸ່ມເປົ້າໝາຍຄື: ນັກຂ່າວພາກລັດ, ພາກອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ ແລະ ສິ່ງສຳຄັນແມ່ນ ຈະຊ່ວຍໃຫ້ພວກເຂົາສາມາດຜະລິດສື່ກ່ຽວກັບການພັດທະນາສີຂຽວ ທີມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງໂຄງການ.











