ພິທີເປີດຂະບວນທັດສະນະແລກປ່ຽນບົດຮຽນ ບັນຫາສີຂຽວ ລະດັບພາກພື້ນ ຂອງໂຄງການ GAMCIL
ໃນວັນທີ 8 ທັນວາ 2025, ສະມາຄົມນັກຂ່າວລາວ, ສະມາຄົມນັກຂ່າວຫວຽດນາມ ແລະ ອົງການແຄຣ໌ ລາວ ໄດ້ຈັດພິທີເປີດຂະບວນການທັດສະນະແລກປ່ຽນບັນຫາສີຂຽວລະດັບພາກພື້ນປະຈຳປີ 2025 ພາຍໃຕ້ໂຄງການ GAMCIL ສຳລັບ ຕົວແທນຈາກ ສປປ ລາວ ຈຳນວນ 10 ທ່ານ ທີ່ ສສ ຫວຽດນາມ. ຜູ້ເຂົ້າຮ່ວມທຸກຄົນຕ່າງຍິ້ມເເຍ້ມເເຈ່ມໃສ ແລະ ມີຄວາມກະຕືລືລົ້ນຢ່າງເຕັມປ່ຽມ ທີ່ຈະເລີ່ມຕົ້ນການແລກປ່ຽນອັນມີຄຸນຄ່າໃນຄັ້ງນີ້! ທີມງານໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນມິດຈາກຜູ້ຕາງໜ້າຂອງ ສະມາຄົມນັກຂ່າວ ສສ ຫວຽດນາມ ທີ່ສ້າງຄວາມປະທັບໃຈຕັ້ງແຕ່ກ້າວທຳອິດ. ການຢ້ຽມຢາມຄັ້ງນີ້ ແມ່ນການເປີດປະຕູສູ່ການຮ່ວມມືແບບໃໝ່, ເປັນໂອກາດສຳຄັນໃນການຮຽນຮູ້ບົດຮຽນກັບຊ່ຽວຊານດ້ານການຜະລິດສື່ກ່ຽວກັບສິ່ງແວດລ້ອມ ຈາກ ປະເທດຫວຽດນາມ ທີ່ໄດ້ແລກປ່ຽນຮ່ວມກັນຄື: ພາບລວມກ່ຽວກັບສິ່ງແວດລ້ອມ, ບັນຫາສີຂຽວ ທີ່ເກີດຂື້ນໃນປັດຈຸບັນ, ການນຳໃຊ້ ສື່ດິຈິຕອນ ໃຫ້ເປັນປະໂຫຍດກັບວຽກງານສື່ ແລະ ການຍົກລະດັບວຽກງານສື່ມວນຊົນໃຫ້ມີຄວາມທັນສະໄໝຂຶ້ນ











