|

ຝຶກອົບຮົມເຕັກນິກການຜະລິດສື່ສີຂຽວ ແລະ ສະພາບລວມດ້ານສິ່ງແວດລ້ອມໃນໂລກປັດຈຸບັນ

ວັນທີ 8-9 ທັນວາ 2025, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດນຳພາຜູ້ຕາງໜ້າຈາກ ສປປ ລາວ ພາຍໃຕ້ໂຄງການ GAMCIL ຈໍານວນ 10 ທ່ານ ເຂົ້າຮ່ວມ ການຝຶກອົບຮົມກ່ຽວກັບພື້ນຖານ ແລະ ເຕັກນິກສະເພາະໃນການຜະລິດສື່ສີຂຽວ.

ການຝຶກອົບຮົມ ແມ່ນເນັ້ນເຖິງການເພີ່ມທັກສະໃຫ້ສື່ມວນຊົນລາວ ໃນການສ້າງໂຄງຮ່າງ ການລາຍງານເລື່ອງສິ່ງແວດລ້ອມ ແລະ ການນໍາໃຊ້ເຄື່ອງມືໃໝ່ໆ ໃນໂລກອອນລາຍ, ປັບປຸງຄຸນນະພາບການນໍາສະເໜີຂ່າວສິ່ງແວດລ້ອມ ໃຫ້ໜ້າສົນໃຈ ແລະ ສັ້ນກະທັດຮັດ, ສາມາດດຶງດູດ ແລະ ເປັນປະໂຫຍດໃຫ້ກັບຜູ້ອ່ານໄດ້.