ກອງປະຊຸມຜູ້ປະສານງານ ໂຄງການ GAMCIL
ໃນວັນທີ 27 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຜູ້ປະສານງານໂຄງການ GAMCIL ຂື້ນ ທີ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ. ພາຍໃນກອງປະຊຸມ ຜູ້ເຂົ້າຮ່ວມ ແມ່ນໄດ້ມີການຖອດຖອນບົດຮຽນກ່ຽວກັບ ວຽກປະສານງານ, ລາຍງານຜົນສຳເລັດ ແລະ ສິ່ງທ້າທາຍ ຂອງການຈັດຕັ້ງປະຕິບັດໂຄງການໃນເຂດເປົ້າໝາຍ ຢູ່ ແຂວງ ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງ ຈໍາປາສັກ ໃນໄລຍະທີ່ຜ່ານມາ. ນອກຈາກນັ້ນ ຍັງໄດ້ມີການປຶກສາຫາລື ແລະ ຮ່ວມກັນວາງແຜນການດຳເນີນກິດຈະກຳໃນປີຕໍ່ໄປ ໂດຍສະເພາະແມ່ນຂອດການປະສານງານ, ການພົວພັນກັບຜູ້ເຂົ້າຮ່ວມໂຄງການ ແລະ ການລົງຝຶກອົບຮົມໃນພື້ນທີເປົ້າໝາຍຂອງໂຄງການ ໃຫ້ສາມາດດຳເນີນໄດ້ຢ່າງມີປະສິດທິພາບຫຼາຍຂື້ນກວ່າເກົ່າ.







