ຄະນະຜູ້ແທນຈາກສະຫະພາບ ເອີຣົບ ຢ້ຽມຢາມໂຄງການ GAMCIL ທີ່ນະຄອນປາກເຊ, ແຂວງຈຳປາສັກ
ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ດີໃຈທີ່ໄດ້ຕ້ອນຮັບ ຄະນະຜູ້ແທນຈາກສະຫະພາບ ເອີຣົບ ນໍາໂດຍ ທ່ານ ນາງ ຄາລ້າ ດາ ຊິວເວີ້ ໄລຊກິ, ອະນຸເລຂາ ຂະເເໜງການປົກຄອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມກວດກາ ຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ພາຍໃຕ້ ໂຄງການ GAMCIL ຢ່າງເປັນທາງການ ໃນລະຫວ່າງວັນທີ 2-4 ພະຈິກ 2026 ເພື່ອຕິດຕາມໝາກຜົນສຳເລັດ ແລະ ການຮ່ວມມືກັບຄູ່ຮ່ວມງານໃນຕໍ່ໜ້າ.



ການຢ້ຽມຢາມໃນຄັ້ງນີ້ ໂຄງການໄດ້ນຳພາ ພົບປະ ແລະ ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງ ເພື່ອປຶກສາຫາລືກ່ຽວກັບວຽກງານການໂຄສະນາ, ການສື່ສານເພື່ອການພັດທະນາ ແລະ ການສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືອັນດີລະຫວ່າງສະຫະພາບ ເອີຣົບ ກັບອົງການຈັດຕັ້ງພາກລັດ ໂດຍສະເພາະແມ່ນການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມໃນຂົງເຂດວຽກງານສື່ມວນຊົນ.
ຫຼັງຈາກນັ້ນ, ກໍໄດ້ຢ້ຽມຊົມການອັດລາຍການວິທະຍຸ “ໄວໜຸ່ມຍຸກໃໝ່ໃສ່ໃຈສິ່ງແວດລ້ອມ” ເຊິ່ງໃນລາຍການດັ່ງກ່າວ ໄດ້ມີການສຳພາດພິເສດກຸ່ມໄວໜຸ່ມຈາກ ໂຄງການ ມື້ລະຖົງ ເພື່ອຮັບຟັງແນວຄິດ, ປະສົບການ ແລະ ການມີສ່ວນຮ່ວມຂອງຊາວໜຸ່ມລາວ ໃນການປົກປັກຮັກສາສິ່ງແວດລ້ອມ, ການຫຼຸດຜ່ອນການໃຊ້ຖົງຢາງ ແລະ ການສ້າງຈິດສຳນຶກສີຂຽວໃນສັງຄົມ.
ນອກຈາກນີ້, ທາງຄະນະຍັງໄດ້ໄປຢ້ຽມຢາມ ຊຸດຝຶກອົບຮົມການຜະລິດເນື້ອໃນ ແລະ ການເຜີຍແຜ່ຫຼັກສູດອອນລາຍ ຊຶ່ງເປັນກິດຈະກຳສຳຄັນໃນການຍົກລະດັບສີມື, ທັກສະດ້ານດິຈິຕອນ ແລະ ການສື່ສານສະໄໝໃໝ່ ໃຫ້ແກ່ຜູ້ເຂົ້າຮ່ວມໂຄງການຜ່ານຫຼັກສູດອອນລາຍທີ່ຢູ່ໃນເວັບໄຊ້ ຂອງສະມາຄົມນັກຂ່າວລາວ ເພື່ອໃຫ້ສາມາດ ນຳເອົາຄວາມຮູ້ໄປຕໍ່ຍອດໃນການເຜີຍແຜ່ວຽກງານສັງຄົມ ແລະ ສິ່ງແວດລ້ອມໄດ້ຢ່າງມີປະສິດທິພາບ.



ຄະນະຜູ້ແທນກໍຍັງໄດ້ພົບປະ ຕາງໜ້ານັກຂ່າວພາກລັດ ແລະ ເຂົ້າຫ້ອງອັດໂທລະພາບແຂວງ ເພື່ອຮັບຟັງລາຍງານຜົນສຳເລັດ, ຂໍ້ສະດວກ ແລະ ສິ່ງທ້າທາຍຕ່າງໆ ໃນການປະຕິບັດວຽກງານສື່ສານມວນຊົນ ພາຍໃຕ້ການສະໜັບສະໜູນຂອງໂຄງການ GAMCIL ພ້ອມທັງຕີລາຄາສູງຕໍ່ບົດບາດຂອງສື່ມວນຊົນລາວ ໃນການເປັນຂົວຕໍ່ແຜ່ຂະຫຍາຍຂໍ້ມູນຂ່າວສານທີ່ເປັນປະໂຫຍດສູ່ປະຊາຊົນໃນວົງກວ້າງ.
ການຢ້ຽມຢາມໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງຂອງສະຫະພາບ ເອີຣົບ ໃນການຊຸກຍູ້ການພັດທະນາຊັບພະຍາກອນມະນຸດ, ວຽກງານສິ່ງແວດລ້ອມ ແລະ ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສື່ມວນຊົນໃນ ສປປ ລາວ ໃຫ້ກ້າວໜ້າຂຶ້ນເລື້ອຍໆ.




