7
|

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ນັກຂ່າວ 4 ແຂວງພາກໃຕ້ ແລະ 2 ແຂວງພາກກາງ

ໃນວັນທີ 9-10 ກໍລະກົດ 2026, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ສືບຕໍ່ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ຕາງໜ້າສື່ມວນຊົນຈາກ 4 ແຂວງພາກໃຕ້ ແລະ 2 ແຂວງພາກກາງ ພາຍໃຕ້ໂຄງການ GAMCIL ທີ່ ທ່າແຂກ, ແຂວງຄຳມ່ວນ.

ການຝຶກອົບຮົມໃນຄັ້ງນີ້ ແມ່ນໃຫ້ກຽດເປັນປະທານເປີດໂດຍ ທ່ານ ນວນຕາ ແກ້ວນະວົງ, ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ທ່ານນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL.

ຝຶກອົບຮົມໃນຄັ້ງນີ້ແມ່ນເນັ້ນໃສ່ ຄວາມເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ ເພື່ອໃຫ້ການນຳສະເໜີຂ່າວມີຄວາມກວມລວມ ແລະ ເທົ່າທຽມ, ການສົ່ງເສີມສຽງຂອງທຸກກຸ່ມຄົນໃນສົງຄົມ ແລະ ເພື່ອສ້າງຈິດສຳນຶກ ແລະ ກະຕຸ້ນໃຫ້ສັງຄົມຫັນມາໃສ່ໃຈກັບບັນຫາສີຂຽວຢ່າງຍືນຍົງ.

ຫຼັງຈາກຈົບຊຸດຝຶກອົບຮົມຄັ້ງນີ້, ຄາດວ່າຕາງໜ້າສື່ມວນຊົນທັງ 6 ແຂວງ ຈະສາມາດຍົກລະດັບຂີດຄວາມສາມາດ ໃນການຜະລິດ ແລະ ນຳສະເໜີຂ່າວສານ ທີ່ບໍ່ພຽງແຕ່ສະທ້ອນເຖິງບັນຫາສິ່ງແວດລ້ອມ (ບັນຫາສີຂຽວ) ເທົ່ານັ້ນ, ແຕ່ຍັງສາມາດສອດແຊກ ມິຕິດ້ານບົດບາດຍິງ-ຊາຍ ເຂົ້າໃນເນື້ອຫາຂ່າວ ເພື່ອໃຫ້ສັງຄົມເກີດຄວາມຕື່ນຕົວ, ມີສ່ວນຮ່ວມໃນການປົກປັກຮັກສາທຳມະຊາດຮ່ວມກັນ.