ຝຶກອົບຮົມ “ການລາຍງານຂ່າວບັນຫາສີຂຽວ” ໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ
ວັນທີ 10-14 ສິງຫາ 2026, ສະມາຄົມນັກຂ່າວລາວ ແລະ ອົງການແຄຮ໌ ລາວ ໄດ້ມີພິທີເປີດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ ຜຸ້ນຳໃຊ້ສື່ອອນລາຍທົ່ວໄປ 40 ຄົນ, ຍິງ 21 ຄົນ ທີ່ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດຮ່ວມເປັນປະທານຂອງ ທ່ານ ສົມສົກ ສະກຸນຄຳ, ຮອງຫົວໜ້າກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມູນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL.



ການຝຶກອົບຮົມຄັ້ງນີ້ມີຈຸດປະສົງເພື່ອສ້າງຄວາມອາດສາມາດໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ໃນການສ້າງເນື້ອໃນກ່ຽວກັບບັນຫາສີຂຽວຢ່າງມີຄຸນະພາບ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານສື່, ພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ ແລະ ຍຶດໝັ້ນໃນຈັນຍາບັນນັກຂ່າວເປັນຫຼັກ.



ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ, ຄວາມຫ້າວຫັນ ແລະ ຄຳໝັ້ນສັນຍາໃນການຮຽນຮູ້ ເຊັນ ການນຳໃຊ້ປັນຍາປະດິດຊ່ວຍໃນການຜະລິດພາບ, ການເຮັດວິດີໂອ, ການນຳໃຊ້ສື່ໃຫ້ຖືກຫຼັກຈັນຍາບັນ ແລະ ໄຮໄລ້ສຳຄັນແມ່ນ ການສ້າງແຜນຜະລິດແຄມເປນທີ່ສື່ເຖິງບັນຫາສິ່ງແວດລ້ອມ, ການແກ້ໄຂບັນຫາ, ການເຊີນຊວນຄົນເຂົ້າຮ່ວມຮັກສາສິ່ງແວດລ້ອມ. ທຸກຄົນໄດ້ຮ່ວມແຮງຮ່ວມໃຈກັນ ນຳສະເໜີຜົນງານສື່ສ້າງສັນ ທີ່ດີທີ່ສຸດ ບໍ່ວ່າຈະເປັນໂປສເຕີ້ ທີ່ມີເນື້ອຫາເລິກເຊິ່ງ ຫຼື ວິດີໂອ ທີ່ມີຄຸນນະພາບສູງ ເຊິ່ງລ້ວນແຕ່ເກີດຈາກແນວຄິດສ້າງສັນຂອງຜູ້ເຂົ້າຮ່ວມທຸກໆຄົນ.




