ຝຶກອົບຮົມ ທັກສະການຜະລິດເນື້ອໃນ ແລະ ການເຜີຍແຜ່ຫຼັກສູດອອນລາຍ ໂຄງການ GAMCIL
ຊຸດຝຶກອົບຮົມ ທັກສະການຜະລິດເນື້ອໃນ ແລະ ການເຜີຍແຜ່ຫຼັກສູດອອນລາຍ ໂຄງການ GAMCIL ຢູ່ ນະຄອນປາກເຊ, ແຂວງຈຳປາສັກ ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ, ສະມາຄົມນັກຂ່າວແຫ່ງລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ຈັດການຝຶກອົບຮົມການຜະລິດເນື້ອໃນ ແລະ ການເຜີຍແຜ່ຫຼັກສູດອອນລາຍ ຂອງໂຄງການ GAMCIL ຢູ່ ນະຄອນປາກເຊ, ແຂວງຈຳປາສັກ. ການຝຶກອົບຮົມຄັ້ງນີ້ ເນັ້ນໃສ່ການເພີ່ມທັກສະການສ້າງສັນສື່ດິຈິທໍາ ໂດຍການນຳໃຊ້ປັນຍາປະດິດ (AI), ການເລົ່າເລື່ອງປະເດັນສິ່ງແວດລ້ອມ, ການຂັບເຄື່ອນ ແລະ ສົ່ງເສີມການເຜີຍແຜ່ຫຼັກສູດອອນລາຍ ຂອງໂຄງການ GAMCIL ຜ່ານເວັບໄຊ້ ຂອງສະມາຄົມນັກຂ່າວລາວ ເພື່ອຂະຫຍາຍເຄືອຂ່າຍການຮຽນຮູ້ ແລະ ສື່ສານປະເດັນສີຂຽວໃຫ້ກວ້າງຂວາງ ໂດຍຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້, ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບປະເດັນສິ່ງແວດລ້ອມ, ທັກສະການລາຍງານຂ່າວສີຂຽວ ແລະ ໄດ້ຮັບໃບຢັ້ງຢືນ ຫຼັງຈາກຮຽນຈົບ ເພື່ອຢືນຢັນຄວາມສາມາດ ແລະ ນຳໄປຕໍ່ຍອດໃນການເຮັດວຽກຕົວຈິງ.
💡📚 ພິເສດ ໂຄງການໄດ້ຮັບການເຂົ້າຢ້ຽມຢາມຈາກຄະນະຜູ້ແທນຈາກ ສະຫະພາບ ເອີຣົບ ກໍຄື ທ່ານ ນາງ ຄາລ້າ ດາ ຊິວເວີ້ ໄລຊກິ, ອະນຸເລຂາ ຂະເເໜງການປົກຄອງ ທີ່ໄດ້ມາເຂົ້າຮ່ວມສຳພາດກັບຜູ້ເຂົ້າຮ່ວມໂຄງການຢ່າງໃກ້ຊິດ ເພື່ອແລກປ່ຽນມູມມອງດ້ານສິ່ງແວດລ້ອມ, ການນຳໃຊ້ສື່ ແລະ ວິໄສທັດຂອງ ສະຫະພາບ ເອີຣົບ ໃນ ສປປ ລາວ. ທ່ານສາມາດເຂົ້າຮຽນຫຼັກສູດອອນລາຍຜ່ານ
ເວັບໄຊ້ ສຂລ ໄດ້ທີ່: https://www.laja.la/account-1/










