ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ເຂົ້າຮ່ວມງານວາງສະແດງ ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I
ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ນານາຊາດ ພາຍໃຕ້ໂຄງການ GAMCIL ຮ່ວມວາງສະແດງຜົນງານ ແລະ ຂຶ້ນມີຄຳເຫັນ ໃນໂອກາດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນລະຫວ່າງວັນທີ 13-15 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ”.



ເພື່ອເປັນການສະເຫຼີມສະຫຼອງງານທີ່ມີຄວາມໝາຍຄວາມສໍາຄັນລະດັບຊາດນີ້, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ນານາຊາດ ປະຈໍາ ສປປ ລາວ ພາຍໃຕ້ໂຄງການ GAMCIL ໄດ້ຮ່ວມກັນຈັດບູດວາງສະແດງຜົນງານ ເພື່ອນຳສະເໜີຜົນສຳເລັດ ແລະ ຄວາມຄືບໜ້າຂອງການຮ່ວມມື ຫຼັກໆ ແມ່ນການພັດທະນາຂີດຄວາມສາມາດດ້ານການສື່ສານ ແລະ ວຽກງານສື່ມວນຊົນໃນໄລຍະຜ່ານມາ ເຊິ່ງໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຈາກຄະນະການນຳຂັ້ນສູງ ແລະ ຜູ້ເຂົ້າຮ່ວມງານ.



ໃນໂອກາດອັນດີນີ້, ທ່ານ ປະທານສະມາຄົມນັກຂ່າວລາວ ໄດ້ຂຶ້ນມີຄຳເຫັນຢ່າງມີເນື້ອໃນເລິກເຊິ່ງ ໃນຫົວຂໍ້: “ການປົກປ້ອງສິດ ແລະ ຜົນປະໂຫຍດຂອງສື່ມວນຊົນໃນຍຸກອຸດສາຫະກຳ 4.0”. ທ່ານໄດ້ເນັ້ນໜັກວ່າ: “ສະມາຄົມນັກຂ່າວລາວ ຍາມໃດກໍຍັງຄົງມຸ້ງໝັ້ນທີ່ຈະສະໜັບສະໜູນ ແລະ ຍົກລະດັບທັກສະຂອງນັກຂ່າວລາວ ໃຫ້ສາມາດຜະລິດຂ່າວຢ່າງເປັນມືອາຊີບໃນຍຸກດີຈີຕອນ. ພ້ອມກັນນັ້ນ, ສະມາຄົມນັກຂ່າວລາວ ແມ່ນມີຄວາມພ້ອມຢ່າງເຕັມສ່ວນ ທີ່ຈະຮ່ວມມືກັບທຸກພາກສ່ວນ ເພື່ອຮ່ວມກັນນຳເອົາວຽກງານສື່ມວນຊົນລາວ ກ້າວໄປສູ່ຄຸນນະພາບ ແລະ ມາດຕະຖານໃໝ່ ທີ່ສູງຂຶ້ນເລື້ອຍໆ ໃນຍຸກອຸດສາຫະກຳ 4.0 ນີ້ ໂດຍຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊີ້ນຳ-ນຳພາ ຈາກອົງການຈັດຕັ້ງພາກລັດຂັ້ນເທິງ ຢ່າງໃກ້ຊິດ”.



ການຮ່ວມມືລະຫວ່າງ ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ພາຍໃຕ້ໂຄງການ GAMCIL ໃນຄັ້ງນີ້ ຖືເປັນບາດກ້າວສຳຄັນ ໃນການຮ່ວມກັນຊຸກຍູ້ ແລະ ພັດທະນາສື່ມວນຊົນລາວ ໃຫ້ມີຄວາມເຂັ້ມແຂງ, ສາມາດປັບໂຕເຂົ້າກັບຍຸກເຕັກໂນໂລຊີ ແລະ ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ຕາມທິດທາງຂອງພັກ ແລະ ລັດຖະບານ ວາງໄວ້.

