2
[:en]ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ນຳພາທີມສື່ມວນຊົນ ແລກປ່ຽນບົດຮຽນລະດັບພາກພື້ນ ທີ່ປະເທດໄທ; Lao Journalists’ Association and CARE International in Laos Lead Regional Media on job training in Thailand[:]
|

ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ນຳພາທີມສື່ມວນຊົນ ແລກປ່ຽນບົດຮຽນລະດັບພາກພື້ນ ທີ່ປະເທດໄທ 

ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ພາຍໃຕ້ ໂຄງການ GAMCIL ໄດ້ນຳພາຄະນະຜູ້ເຂົ້າຮ່ວມໂຄງການ ເດີນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນດ້ານການສື່ສານສີຂຽວ ທີ່ປະເທດໄທ ໃນລະຫວ່າງວັນທີ 26–31 ຕຸລາ 2026 ທີ່ຜ່ານມາ. 

ການເດີນທາງຕະຫຼອດ 5 ວັນເຕັມ ໄດ້ເປີດໂລກະທັດ ແລະ ເຈາະເລິກເບື້ອງຫຼັງການເຮັດວຽກຂອງອົງກອນສື່ຊັ້ນນຳ, ຜູ້ສ້າງເນື້ອໃນຍຸກດິຈິຕອນ ແລະ ໂຄງການພະລັງງານສະອາດ ໂດຍມີໄຮໄລ້ສຳຄັນດັ່ງນີ້: 

1. ຖອດລະຫັດການເຮັດ “ຂ່າວສິ່ງແວດລ້ອມ“ ໃຫ້ຈັບໃຈຄົນເບິ່ງ

ເລີ່ມຕົ້ນການເດີນທາງໃນວັນທີ 26 ຕຸລາ ດ້ວຍການເຂົ້າຢ້ຽມຢາມ ສະມາຄົມນັກຂ່າວແຫ່ງປະເທດໄທ ເພື່ອຮັບຟັງປະສົບການກົງຈາກສອງນັກຂ່າວມືອາຊີບ ຄື ທ່ານ ກິດຕິ ສິງຫາປັດ (ຜູ້ປະກາດຂ່າວລາຍການ ຂ່າວ 3 ມິຕິ ຊ່ອງ 3HD) ແລະ ທ່ານ ນາງ ຈິດຕິມາ ບ້ານສ້າງ (ຜູ້ຊ່ວຍຜູ້ອຳນວຍການສຳນັກຂ່າວ ດ້ານບໍລິຫານ ແລະ ກຳມະການບໍລິຫານສະຖານີ Thai PBS). 

  • ຫົວໃຈສຳຄັນທີ່ໄດ້ຮຽນຮູ້: ຂ່າວສິ່ງແວດລ້ອມທີ່ດີ ຕ້ອງບໍ່ແມ່ນເລື່ອງໄກຕົວ ແຕ່ຕ້ອງເລົ່າຜ່ານ “ກໍລະນີສຶກສາທີ່ເກີດຂຶ້ນແທ້“ ແລະ ເຊື່ອມໂຍງໃຫ້ເຫັນວ່າບັນຫາສິ່ງແວດລ້ອມກະທົບຕໍ່ສຸຂະພາບ ແລະ ຄ່າຄອງຊີບປະຈຳວັນຂອງປະຊາຊົນແນວໃດ ເພື່ອໃຫ້ຜູ້ຊົມຮູ້ສຶກເຖິງຜົນກະທົບທີ່ແທ້ຈິງ. 

2. ເຈາະເລິກສື່ສາທາລະນະຍຸກ AI ແລະ ການຈັດການສິ່ງແວດລ້ອມໃນອົງກອນ

  • ສະຖານີໂທລະພາບ Thai PBS: ຄະນະໄດ້ຮຽນຮູ້ຍຸດທະສາດການຜະລິດຂ່າວຍຸກດິຈິຕອນ ແລະ ການນຳໃຊ້ AI ຢ່າງມີຈັນຍາບັນ ຈາກ ທ່ານ ນາງ ຊຸຕິນທະຣາ ວັດທະນະກຸນ (ຫົວໜ້າບັນນາທິການບໍລິຫານຂ່າວດ້ານຍຸດທະສາດຂ່າວ), ພ້ອມທັງໄດ້ສຳຜັດເບື້ອງຫຼັງການຖ່າຍທຳສົດລາຍການ “ຈັບຕາສະຖານະການ“ ແລະ “ຟັງສຽງປະເທດໄທ Table Talk” ທີ່ເປີດພື້ນທີ່ໃຫ້ປະຊາຊົນມີສ່ວນຮ່ວມຢ່າງໃກ້ຊິດ. 
  • ບໍລິສັດ CP ALL: ຮຽນຮູ້ແນວທາງການບໍລິຫານຈັດການສິ່ງແວດລ້ອມໃນອົງກອນ ແລະ ການພັດທະນາແບບຍືນຍົງ ຮ່ວມກັບຄະນະຜູ້ບໍລິຫານ ນຳໂດຍ ທ່ານ ນາງ ເອື້ອມພອນ ສິງຫະການ, ທ່ານ ນາງ ສົມຍາ ລັດສະຫມີ ແລະ ທ່ານ ນາງ ທະນະລັດ ທີລະທະນາກຽດ ຈາກສະຖາບັນການຈັດການປັນຍາພິວັດ. 

3. ການສະໜັບສະໜູນທຶນສື່ສ້າງສັນ ແລະ ການສື່ສານເລື່ອງໂລກໃຕ້ທະເລ

  • ກອງທຶນພັດທະນາສື່ປອດໄພ ແລະ ສ້າງສັນ: ພົບປະກັບ ທ່ານ ປຣະໂມດ ບຸນນຳສັກ (ຮອງຜູ້ຈັດການກອງທຶນฯ) ເພື່ອຮຽນຮູ້ບົດບາດຂອງພາກລັດໃນການໃຫ້ທຶນສະໜັບສະໜູນສື່ຄຸນນະພາບ, ເຕັກນິກການຂຽນໂຄງການຂໍທຶນ ແລະ ການສ້າງລະບົບນິເວດສື່ທີ່ປອດໄພຈາກຂ່າວປອມ. 
  • ສູນການຮຽນຮູ້ໂລກໃຕ້ທະເລ ບາງແສນ (ມະຫາວິທະຍາໄລບູລະພາ): ສຶກສາຮູບແບບການຈັດສະແດງສັດນ້ຳທີ່ທັນສະໄໝ ເຊິ່ງປ່ຽນເລື່ອງວິທະຍາສາດທາງທະເລທີ່ຊັບຊ້ອນ ໃຫ້ກາຍເປັນການສື່ສານດ້ານການອະນຸລັກທີ່ເຂົ້າໃຈງ່າຍ ແລະ ດຶງດູດໃຈຄົນທຸກໄວ. 

4. ພະລັງຂອງ Content Creator ແລະ ການປັບຕົວຂອງສື່ຍັກໃຫຍ່

  • ບໍລິສັດ ເທວສະກໍ (Tellscore): ຖອດບົດຮຽນການຕະຫຼາດຜ່ານນັກສ້າງເນື້ອໃນ (Influencer/Creator) ທີ່ໃຊ້ລະບົບ AI ຈັບຄູ່ແບຣນກັບຜູ້ສ້າງເນື້ອໃນ ພ້ອມເຕັກນິກການວິເຄາະພຶດຕິກຳຜູ້ຊົມ ແລະ ການວັດຜົນກະທົບໃນສື່ສັງຄົມອອນລາຍ. 
  • ໄທລັດ ທີວີ ແລະ ໄທລັດອອນລາຍ: ເບິ່ງເບື້ອງຫຼັງກອງບັນນາທິການຂະໜາດໃຫຍ່ ທີ່ປັບຕົວຈາກໜັງສືພິມດັ້ງເດີມ ສູ່ສຳນັກຂ່າວດິຈິຕອນແຖວໜ້າ ໂດຍຜະລິດຂ່າວຄວບຄຸມທຸກແພລດຟອມທັງໜັງສືພິມ, ເວັບໄຊ້, ໂທລະພາບ ແລະ ໂຊຊຽວມີເດຍ. 

5. ສຳຜັດນະວັດຕະກຳພະລັງງານສະອາດທີ່ເຊື່ອມໂຍງລາວ–ໄທ

ໃນມື້ສຸດທ້າຍຂອງການທັດສະນະ, ຄະນະໄດ້ລົງພື້ນທີ່ຢ້ຽມຊົມ ໂຄງການຜະລິດໄຟຟ້າພະລັງງານແສງຕາເວັນ ບາງປະອິນ ຂອງບໍລິສັດ BCPG ເພື່ອສຶກສາເຕັກໂນໂລຊີພະລັງງານທົດແທນ ແລະ ລະບົບກັກເກັບພະລັງງານທີ່ຊ່ວຍຫຼຸດກ໊າສເຮືອນແກ້ວ. ພ້ອມກັນນີ້ ຍັງໄດ້ຮຽນຮູ້ເຖິງການລົງທຶນພະລັງງານສະອາດຂອງ BCPG ໃນ ສປປ ລາວ ບໍ່ວ່າຈະເປັນໂຄງການເຂື່ອນໄຟຟ້ານ້ຳຕົກ Nam San 3A Power ທີ່ແຂວງຊຽງຂວາງ ແລະ ໂຄງການໄຟຟ້າພະລັງງານລົມ ທີ່ແຂວງເຊກອງ ແລະ ອັດຕະປື. 

ຫຼັງຈາກເດີນທາງກັບມາ, ໃນວັນທີ 31 ຕຸລາ 2026 ໂຄງການ GAMCIL ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ທີ່ຫ້ອງການ ແຄຣ໌ ລາວ ນະຄອນຫຼວງວຽງຈັນ. ຜູ້ເຂົ້າຮ່ວມທຸກຄົນໄດ້ແລກປ່ຽນມຸມມອງ ແລະ ວາງແຜນນຳເອົາເຕັກນິກການເລົ່າເລື່ອງ, ການຜະລິດສື່ດິຈິຕອນ ແລະ ເຄືອຂ່າຍທີ່ໄດ້ສ້າງຂຶ້ນ ໄປຕໍ່ຍອດໃນການຜະລິດ “ຂ່າວສີຂຽວ“ ຮ່ວມກັບໂຄງການ GAMCIL ເພື່ອສະທ້ອນບັນຫາສິ່ງແວດລ້ອມ ແລະ ຮ່ວມຜັກດັນການພັດທະນາແບບຍືນຍົງໃນ ສປປ ລາວ ໃຫ້ເກີດຜົນເປັນຮູບປະທຳ.