812535784_122162007980654103_5195757148732233848_n
|

ກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນຕົ້ນປີ ແລະ ວາງແຜນການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນທ້າຍປີ 2026 

ໃນວັນທີ 15 ກັນຍາ 2026 ທີ່ຜ່ານມາ, ໄດ້ມີການຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນຕົ້ນປີ (ມີນາ – ສິງຫາ 2026) ແລະ ວາງແຜນການ 6 ເດືອນທ້າຍປີ (ກັນຍາ 2026 – ກຸມພາ 2027) ຂອງໂຄງການ GAMCIL ຂຶ້ນຢ່າງເປັນທາງການ. ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມູນຕຣີ ປະທານສະມາຄົມນັກຂ່າວລາວ, ແລະ ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL, ພ້ອມດ້ວຍຄະນະຜູ້ປະສານງານ 3 ແຂວງ, ຕາງໜ້າຄະນະຄຸ້ມຄອງໂຄງການ, 3 ອົງການຈັດຕັ້ງມະຫາຊົນ, ຕາງໜ້າຜູ້ເຂົ້າຮ່ວມກິດຈະກຳໂຄງການທັງພາກລັດ ແລະ ພາກສື່ອອນລາຍທົ່ວໄປ. ໂຄງການໄດ້ລາຍງານຜົນສຳເລັດ, ປຶກສາຫາລືສິ່ງທ້າທາຍໃນການຈັດກິດຈະກຳ ແລະ ຮ່ວມກັນວາງແຜນງານໃນອີກ 6 ເດືອນທ້າຍປີຢ່າງເປັນເອກະພາບເພື່ອໃຫ້ບັນລຸຕາມຄາດໝາຍ, ທັງເປັນການເພີ່ມພູນຄວາມກົມກຽວ ແລະ ເສີມສ້າງຄວາມເຂັ້ມແຂງໃນການປະສານງານລະຫວ່າງຄູ່ຮ່ວມງານ ໃຫ້ມີປະສິດທິພາບຍິ່ງຂຶ້ນ.