IMG_2498
|

ງານຝຶກທັກສະການຜະລິດເນື້ອໃນ ແລະ ການເຜີຍແຜ່ຫຼັກສູດອອນລາຍ

ໃນວັນທີ 30 ມິຖຸນາ 2026, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ແຄຣ໌ ລາວໄດ້ຈັດການຝຶກອົບຮົມ “ການຜະລິດເນື້ອໃນ ແລະ ເຜີຍແຜ່ຫຼັກສູດອອນລາຍ” ເທິງເວັບໄຊຂອງສະມາຄົມນັກຂ່າວ ຢູ່ທີ່ ສະຖາບັນ ລາວ-ຍີ່ປຸ່ນ, ນະຄອນຫຼວງວຽງຈັນ.

ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອເຜີຍແຜ່ ຫຼັກສູດການຮຽນຮູ້ດ້ວຍຕົນເອງ ເທິງເວັບໄຊຂອງສະມາຄົມ ທີຈະໄດ້ເຂົ້າເຖິງຄວາມຮູ້ການລາຍງານຂ່າວບັນຫາສີຂຽວ, ການນໍາໃຊ້ດິຈິຕອນເຂົ້າໃນການຜະລິດເນື້ອໃນ ກົດໝາຍສື່ມວນຊົນ, ການສ້າງແຄມເປນກ່ຽວກັບສິ່ງແວດລ້ອມ

ສຳລັບໃຜທີ່ສົນໃຈພັດທະນາທັກສະສື່ມວນຊົນ ແລະ ເນື້ອໃນຍຸກໃໝ່: ສາມາດເຂົ້າໄປລົງທະບຽນ ແລະ เริ่มຮຽນໄດ້ຟຣີ ເທິງເວັບໄຊໄດ້ແລ້ວມື້ນີ້!  ເຂົ້າຮຽນເລີຍທີ່: https://www.laja.la/account-1/signup/?redirect_to=https://www.laja.la/account-1