1
|

ທີມງານຄູຝຶກ GAMCIL ສອງແຂວງພາກໃຕ້ ສົ່ງຕໍ່ຄວາມຮູ້ “ບົດບາດທາງເພດ ຕໍ່ກັບການປ່ຽນເເປງສະພາບດິນຟ້າອາກາດ”

ຄວາມສະເໝີພາບທາງເພດ ແລະ ການຮັບມືກັບສິ່ງແວດລ້ອມ ແມ່ນເລື່ອງຂອງທຸກຄົນ! ຫຼ້າສຸດນີ້, ທີມງານຄູຝຶກຈາກໂຄງການ ແກມຊິວ (GAMCIL) ປະຈຳແຂວງຈຳປາສັກ ແລະ ແຂວງສາລະວັນ ທີ່ໄດ້ຜ່ານການຝຶກອົບຮົມສ້າງຂີດຄວາມສາມາດມາຢ່າງເຂັ້ມງວດ, ໄດ້ຮ່ວມແຮງຮ່ວມໃຈກັນຈັດຊຸດຝຶກອົບຮົມ ແລະ ຖ່າຍທອດຄວາມຮູ້ຢ່າງເປັນຂະບວນຟົດຟື້ນ ໃຫ້ແກ່ກຸ່ມໄວໜຸ່ມຈິດອາສາ ພາຍໃຕ້ຫົວຂໍ້: “ບົດບາດທາງເພດ ຕໍ່ການປ່ຽນແປງສະພາບດິນຟ້າອາກາດ”.

ເພື່ອໃຫ້ເຫັນວ່າທຸກເພດທຸກໄວລ້ວນແຕ່ມີບົດບາດ ແລະ ເປັນກຳລັງຫຼັກທີ່ຂາດບໍ່ໄດ້ ໃນການບໍລິຫານຈັດການ ແລະ ຮັບມືກັບບັນຫາສິ່ງແວດລ້ອມ. ສິ່ງທີ່ໜ້າພາກພູມໃຈທີ່ສຸດແມ່ນ, ຜ່ານຂະບວນການຮຽນຮູ້ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນຢ່າງຊັດເຈນເຖິງການປ່ຽນແປງ ໂດຍຜູ້ເຂົ້າຮ່ວມທຸກຄົນມີຄວາມຕື່ນຕົວສູງ, ກ້າສະແດງຄວາມຄິດເຫັນ ແລະ ສະແດງໃຫ້ເຫັນເຖິງສັກກະຍະພາບ ພ້ອມທັງຄວາມມຸ່ງໝັ້ນຢ່າງເຕັມສ່ວນ ທີ່ຈະກ້າວຂຶ້ນມາເປັນ “ຜູ້ນຳຮຸ່ນໃໝ່ໃນຊຸມຊົນ” ຂອງຕົນເອງ.

ນີ້ຄືບາດກ້າວອັນສຳຄັນ ທີ່ພິສູດໃຫ້ເຫັນວ່າ ໄວໜຸ່ມເຮົາພ້ອມແລ້ວທີ່ຈະນຳເອົາບົດຮຽນ ແລະ ປະສົບການຕົວຈິງໃນຄັ້ງນີ້ ໄປຜັນຂະຫຍາຍ, ປ່ຽນແປງ ແລະ ຮ່ວມກັນປົກປັກຮັກສາສິ່ງແວດລ້ອມໃນທ້ອງຖິ່ນໃຫ້ເກີດຄວາມຍືນຍົງຢ່າງແທ້ຈິງ!