1
|

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ນັກຂ່າວພາກກາງ

ວັນທີ 22-23 ມິຖຸນາ 2026 ຜູເຂົ້າຮ່ວມໄດ້ຝຶກອົບຮົມ ຫົວຂໍ້ “ບົດບາດທາງເພດໃນຍຸກດິຈີຕອນ” ເພື່ອການລາຍງານຂ່າວບັນຫາສີຂຽວທີ່ຮອບດ້ານ ໂດຍສະເພາະແມ່ນໄດ້ລົງເລິກກ່ຽວກັບ ບົດບາດທາງເພດ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ (GBV) ແລະ ຜົນກະທົບຂອງບົດບາດທາງເພດ ຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ.

ນອກຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຈາະເລິກເຕັກນິກການນຳໃຊ້ AI ທີ່ທັນສະໄໝ ເຂົ້າໃນວຽກງານສື່ມວນຊົນຢ່າງຮອບດ້ານ ທີ່ນຳສະເໜີໂດຍ ທ່ານ ອາຈານ ທອງສິງ ສີວົງໄຊ, ອາຈານຈາກ ພາກວິຊາວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ໂດຍເນັ້ນໃສ່ດ້ານການຜະລິດສື່ ແລະ ສະຫຼຸບບົດຂ່າວ ເພື່ອຫຼຸດຜ່ອນເວລາ, ເພີ່ມຄວາມຊັດເຈນ ແລະ ກັ່ນຕອງຂໍ້ມູນໄດ້ໄວຂຶ້ນ, ການນໍາໃຊ້ສຽງພາກຂ່າວ ສ້າງສຽງພາກທີ່ເປັນທຳມະຊາດ, ມືອາຊີບ ແລະ ຫຼາກຫຼາຍຮູບແບບ, ການສ້າງພາບເຄຶ່ອນໄຫວ ປ່ຽນເນື້ອຫາຂ່າວທີ່ຊັບຊ້ອນ ໃຫ້ກາຍເປັນພາບເຄື່ອນໄຫວທີ່ເຂົ້າໃຈງ່າຍ ແລະ ໜ້າຕິດຕາມ ແລະ ຮຽນຮູ້ການປ້ອງກັນຂໍ້ມູນ ແລະ ເຮັດວຽກໃນສື່ສັງຄົມອອນລາຍຢ່າງປອດໄພ ແລະ ໝັ້ນໃຈ.