ພິທີເປີດຊຸດຝຶກອົບຮົມຄູຝຶກ ການລາຍງານຂ່າວບັນຫາສີຂຽວ ຂອງໂຄງການ GAMCIL
ໃນວັນທີ 27 ເມສາ 2026, ໄດ້ມີພິທີເປີດຊຸດຝຶກອົບຮົມຄູຝຶກໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ຢ່າງເປັນທາງການ. ເປົ້າໝາຍຫຼັກແມ່ນເພື່ອຍົກລະດັບທັກສະການສ້າງເນື້ອໃນ ແລະ ການວາງແຜນແຄມເປນ ດ້ານສິ່ງແວດລ້ອມໃຫ້ມີຄວາມໂດດເດັ່ນ ແລະ ໜ້າສົນໃຈ ໃຫ້ແກ່ພະນັກງານໂຄງການ ແລະ ສະມາຊິກຂອງສະມາຄົມນັກຂ່າວລາວ.



ເປັນກຽດກ່າວເປີດງານໂດຍ ທ່ານ ທອງຫຼໍ່ ດວງສະຫວັນ, ຄະນະບໍລິຫານງານ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ແກ້ວປາລິນາ ວົງໂພສີ, ອຳນວຍການຝ່າຍບໍລິຫານ ແລະ ການເງິນ, ອົງການແຄຣ໌ ລາວ.



ຊຸດຝຶກອົບຮົມຄັ້ງນີ້ ຈະດຳເນີນການຝຶກແຕ່ມື້ນີ້ ຈົນເຖິງວັນທີ 30 ເມສາ 2026 ເພື່ອສ້າງໃຫ້ຜູ້ເຂົ້າຮ່ວມກາຍເປັນຄູຝຶກທີ່ມີຄຸນນະພາບ ທີ່ພ້ອມຈະສົ່ງຕໍ່ບົດຮຽນ ແລະ ສ້າງແຮງບັນດານໃຈໃຫ້ກັບເພື່ອນຮ່ວມງານພາຍໃນອົງກອນ.




