ພິທີ ປະກາດຜົນແຂ່ງຂັນການຂຽນຂ່າວ ປະຈຳປີ 2026 ຂອງໂຄງການ GAMCIL
ໃນວັນທີ 02 ຕຸລາ 2026, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ຈັດພິທີປະກາດຜົນການແຂ່ງຂັນການຂຽນຂ່າວປະຈຳປີ 2026 ຂອງໂຄງການ GAMCIL ພາຍໃຕ້ຫົວຂໍ້ “ສຽງຂອງທ່ານ ເພື່ອທຳມະຊາດ“.
ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ລາວ, ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ, ຜູ້ອຳນວຍການ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ. ນອກຈາກນີ້ ຍັງມີບັນດາທ່ານຕາງໜ້າຈາກຄູ່ຮ່ວມງານ, ຜູ້ປະສານງານໂຄງການ, ຄະນະກຳມະການ ແລະ ຕົວແທນຜູ້ເຂົ້າຮ່ວມ ຈາກນັກຂ່າວພາກລັດຖະບານ, ພາກອົງການຈັດຕັ້ງທະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປ ຫຼາຍກວ່າ 60 ຄົນ ໄດ້ເຂົ້າຮ່ວມຢ່າງພ້ອມໜ້າ.


ຈຸດປະສົງ ເພື່ອຍ້ອງຍໍຜົນງານການຜະລິດສື່ ຂອງນັກຂ່າວລາວ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ທີ່ໄດ້ຜະລິດເນື້ອໃນສື່ມວນຊົນ ກ່ຽວກັບການລາຍງານຂ່າວບັນຫາສີຂຽວ, ເພື່ອສະແດງຜົນສຳເລັດ ແລະ ການມີສ່ວນຮ່ວມຂອງໂຄງການ GAMCIL ໃນການສ້າງຄວາມເຂັ້ມແຂງທາງດ້ານສື່ ໃຫ້ແກ່ ນັກຂ່າວລາວ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ແລະ ເພື່ອເຜີຍແຜ່ຜົນງານຂອງຜູ້ເຂົ້າຮ່ວມໂຄງການກ່ຽວກັບບັນຫາສີຂຽວ.


ການແຂ່ງຂັນການຂຽນຂ່າວ ສາມາດໄດ້ຜູ້ຊະນະເລີດ, ຮອງຊະນະເລີດ ແລະ ລາງວັນຊົມເຊີຍ ປະເພດໂປສະເຕີຂ່າວ ແລະ ວິດີໂອຂ່າວ ຈຳນວນ 12 ບົດ ເຊິ່ງແບ່ງເປັນ 2 ກຸ່ມ ກໍຄື ກຸ່ມນັກຂ່າວພາກລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ລວມທັງຜູ້ນຳໃຊ້ສື່ອອນລາຍທົ່ວໄປ.


1. ພາກລັດຖະບານ
ລາງວັນຊະນະເລີດ ປະເພດຂ່າວວິດີໂອ: ທ່ານ ຫັດສະດີ ສຸດດາວົງ, ວິທະຍຸ-ໂທລະພາບ ແຂວງອັດຕະປື
ປະເພດຂ່າວໂປສະເຕີ: ທ່ານ ນາງ ວັນດາພອນ ຊື່ນພັນ, ຄະນະໂຄສະນາອົບຮົມແຂວງຈຳປາສັກ (ໂທລະພາບແຂວງ)
2. ພາກຜູ້ນໍາໃຊ້ສື່ອອນລາຍທົ່ວໄປ ແລະ ອົງການຈັດຕັ້ງທາງສັງຄົມ
ລາງວັນຊະນະເລີດ ປະເພດຂ່າວວິດີໂອ: ທ່ານ ຈັນທະວີສຸກ ພອນມະນີ, ມະຫາວິທະຍາໄລແຫ່ງຊາດ
ປະເພດຂ່າວໂປສະເຕີ: ທ່ານ ເພັດລະຄອນ ໜໍ່ບຸບຜາສະຫວັນ, ມະຫາວິທະຍາໄລສະຫວັນນະເຂດ
ຜູ້ທີໄດ້ຮັບລາງວັນຊະນະເລີດ ແລະ ບົດຂ່າວທີດີເດັ່ນ ປະເພດຂ່າວໂປສະເຕີ ແລະ ປະເພດວິດີໂອ ແມ່ນຈະໄດ້ເດີນທາງທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກ່ຽວກັບການລາຍງານຂ່າວບັນຫາສີຂຽວ ທີ ປະເທດໄທພາຍໃນປີນີ້.




