ສໍາເລັດການຝຶກອົບຮົມ “ການລາຍງານຂ່າວບັນຫາສີຂຽວ” ໃຫ້ແກ່ ຜູ້ນໍາໃຊ້ສື່ອອນລາຍທົ່ວໄປ ພາຍໃຕ້ໂຄງການ GAMCIL
ໃນວັນທີ 03 ກໍລະກົດ 2026, ນ້ອງໆຜູ້ເຂົ້າຮ່ວມທຸກຄົນໄດ້ທຸ້ມເທທັງແຮງກາຍ ແລະ ແຮງໃຈໃນການຮຽນຮູ້. ແລະ ມື້ນີ້ກໍເປັນມື້ສຸດທ້າຍທີ່ເຕັໄປດ້ວຍຄວາມຄຶກຄັກ! ເພາະເປັນມື້ທີ່ນ້ອງໆໄດ້ປ່ອຍຂອງ ແລະ ສະແດງຜົນງານການຜະລິດ ໂປສເຕີ້ ແລະ ວິດີໂອແຄມເປນ ທີ່ສະທ້ອນເຖິງບັນຫາສິ່ງແວດລ້ອມທີ່ກຳລັງເກີດຂຶ້ນໃນປັດຈຸບັນອອກມາໄດ້ຢ່າງໜ້າສົນໃຈ ແລະ ມີພະລັງ.



ພາຍຫຼັງສຳເລັດການເຂົ້າຮ່ວມຝຶກອົບຮົມແລ້ວ, ຜູ້ເຂົ້າຮ່ວມສາມາດຜະລິດເນື້ອໃນກ່ຽວກັບບັນຫາສິ່ງແວດລ້ອມ ໂດຍການນຳໃຊ້ບົດຮຽນທີ່ໄດ້ຮຽນມາ ເຂົ້າຊ່ວຍ ໂດຍສະເພາະແມ່ນການຜະລິດບົດເລື່ອງ, ການນຳໃຊ້ປັນຍາປະດິດຊ່ວຍໃນການຮຽບຮຽງເນື້ອໃນໃຫ້ໜ້າສົນໃຈ ແລະ ການນຳໃຊ້ພາສາລາວໄດ້ຢ່າງຖືກຕ້ອງ.







