1
|

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ

ໃນວັນທີ 29 ມິຖຸນາ 2026, ໂຄງການ GAMCIL ໄດ້ຈັດພິທີເປີດຊຸດຝຶກອົບຮົມຜູ້ນໍາໃຊ້ສື່ອອນລາຍທົ່ວໄປຢ່າງເປັນທາງການ ທີນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມງານໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວລາວ, ທ່ານ ນາງ ຮັນນາ ບາເທວ, ຫົວໜ້າແຜນງານ ອົງການແຄຣ໌ ນານາຊາດ ປະຈຳ ເຢຍລະມັນ ແລະ ທ່ານ ພໍ ເວເບີ, ຫົວໜ້າພະແນກພັດທະນາແຜນງານ ອົງການແຄຣ໌ ນານາຊາດ ປະຈຳ ເຢຍລະມັນ ພ້ອມດ້ວຍຜູ້ເຂົ້າຮ່ວມ ແລະ ສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

ຊຸດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອສ້າງຄວາມອາດສາມາດໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ໃນການສ້າງເນື້ອໃນກ່ຽວກັບບັນຫາສີຂຽວຢ່າງມີຄຸນະພາບ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານສື່, ພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ ແລະ ຍຶດໝັ້ນໃນຈັນຍາບັນນັກຂ່າວເປັນຫຼັກ. ນອກຈາກນີ້, ຍັງເນັ້ນໃສ່ການຜະລິດແຄມເປນກ່ຽວກັບສິ່ງແວດລ້ອມ, ບົດບາດທາງເພດ ແລະ ການສົ່ງເສີມການມີສ່ວນຮ່ວມໃນດ້ານສິ່ງແວດລ້ອມຂອງທຸກພາກສ່ວນໃນສັງຄົມ.

ໃນມື້ດຽວກັນ, ຜູ້ເຂົ້າຮ່ວມກໍໄດ້ຮຽນຮູ້ກ່ຽວກັບຈັນຍາບັນນັກຂ່າວ ແລະ ການນໍາໃຊ້ພາສາລາວໃນສື່ໃຫ້ຖືກຕ້ອງ ທີ່ນຳສະເໜີໂດຍ ສະມາຄົມນັກຂ່າວລາວ, ພ້ອມທັງເຈາະເລິກເລື່ອງບົດບາດທາງເພດ ແລະ ການມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມ ຜ່ານການຜະລິດແຄມເປນຕ່າງໆ ຂອງທຸກພາກສ່ວນໃນສັງຄົມ.